ເຢັຍລະມັນຕໍ່ກຳນົດເວລາໃຫ້ແກ່ການກວດກາຊາຍແດນເຖິງກາງເດືອນ5/2016

ເຢັຍລະມັນຕໍ່ກຳນົດເວລາໃຫ້ແກ່ການກວດກາຊາຍແດນເຖິງກາງເດືອນ5/2016 - ảnh 1

ເຢັຍລະ​ມັນ​ໃຫ້​ຮູ້​ຈະ​ ຕໍ່​ກຳນົດ​ເວລາ​ໃຫ້​ແກ່​ການ​ກວດກາ​ຊາຍ​ແດນ​ຕື່ມ​ອີກ 3 ​ເດືອນ
(ພາບ: ອິນເຕີແນດ)

(vovworld) - ຕໍ່ໜ້າ​ສະພາບການ​ຊາວ​ອົບ​ພະຍົບສືບ​ຕໍ່​ເຄື່ອນ​ຍ້າຍ​​ເຂົ້າປະ​ເທດນັບ​ມື້​ນັບ​ຫຼາຍ​ນັ້ນ, ວັນ​ທີ 11/2, ກະຊວງ​ພາຍ​ໃນ​ ເຢັຍລະ​ມັນ​ໃຫ້​ຮູ້​ຈະ​ ຕໍ່​ກຳນົດ​ເວລາ​ໃຫ້​ແກ່​ການ​ກວດກາ​ຊາຍ​ແດນ​ຕື່ມ​ອີກ 3 ​ເດືອນ, ​ແມ່ນ​ເຖິງ​ກາງເດືອນ 5/2016. ຈຸດ​ສຸມ​ຂອງ​ແຜນການ​ກວດກາ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ເສັ້ນ​ຊາຍ​ແດນ​ຕິດ​ກັບ​ອົດ​ຕະລິດ.

ກ່ຽວຂ້ອງ​ເຖິງ​ບັນຫາ​ຊາວ​ອົບ​ພະຍົບ​ນັ້ນ. ວັນ​ທີ 12/2, ປະທານາທິບໍດີ ​ເຕິ​ກກີ ​Recep Tayyip Erdogan ​ໄດ້​ກ່າວ​ເຕືອນ​ຄືນ​ໃໝ່ຈະ​ເນລະ​ເທດ​ຊາວ ຊີຣີ 2.5 ລ້ານ​ຄົນ​ທີ່​ພວມ​ຫຼົບ​ໄພຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ ​ເຕິ​ກກີ. ທ່ານ​ກໍ່​ຮຽກຮ້ອງ ສະຫະ​ປະຊາ​ຊາດ ສະ​ເໜີ​ໃຫ້​ບັນດາ​ປະ​ເທດ​ພາຄີ​ອື່ນໆ ຊ່ວຍ ​ເຕິ​ກກີ​ ແກ້​ໄຂ​ສະພາບ​ຊາວ​ອົບ​ພະຍົບ​ເຄື່ອນ​ຍ້າຍ​ເຂົ້າປະ​ເທດ​ນີ້​ນັບ​ມື້​ນັບ​ຫຼາຍ.

 

 

ຂ່າວ/ບົດ​ອື່ນ