ເຢຍລະມັນ,ອາເມລິກາຢັ້ງຢືນການພົວພັນສຳພັນທະມິດຢ່າງແໜ້ນແຟ້ນ

ເຢຍລະມັນ,ອາເມລິກາຢັ້ງຢືນການພົວພັນສຳພັນທະມິດຢ່າງແໜ້ນແຟ້ນ - ảnh 1
ການ​ນຳ G7 ເຂົ້າ​ຮ່ວມກອງ​ປະ​ຊຸມ​
(ພາບ: AFP/TTXVN)

(vovworld) – ວັນ​ທີ 7/6, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ Barack Obama ໄດ້​ເຈ​ລະ​ຈາ 2 ຝ່າຍ​ກ່ອນ​ທີ່​ຈະດຳ​ເນີນກອງ​ປະ​ຊຸມ​ສຸດຍອດ​ຂອງ​ການ​ນຳ​ກຸ່ມ 7 ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ (G7) ຢູ່​ລັດ Bayern ​ທາງ​ພາກ​ ໃຕ້ ປະ​ເທດ ເຢຍ​ລະ​ມັນ. ກ່າວ​ຄຳ​ເຫັນ​ກ່ອນ​ການ​ພົບ​ປະ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ຢັ້ງ​ຢືນ​ການ​ພົວ​ພັນ​ລະ​ຫວ່າງ ວໍ​ຊິງ​ຕັນ ແລະ ແບກ​ແລງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ພົວ​ພັນ​ສຳ​ພັນ​ທະ​ມິດ​ທີ່​ເຂັ້ມ​ແຂງ​​ກ່​ວາ​ໝູ່​ຢູ່​ໃນ​ໂລກ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ໃຫ້​ຮູ້​ວ່າ: ທີ່ກອງ​ປະ​ຊຸມ​ສຸດຍອດ G7, ບັນ​ດາ​ການ​ນຳ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ອະ​ນາ​ຄົດ​ຂອງ​ໂລກ, ໃນ​ນັ້ນ​ມີ​ເສດ​ຖະ​ກິດ​ທົ່ວ​ໂລກ, ວິ​ກິດ​ການ ຢູ​ແກຼນ, ບັ້ນ​ຮົບ​ຕ້ານ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ແລະ ມາດ​ຕະ​ການຮັກ​ສາ​ດິນ​ຟ້າ​ອາ​ກາດ​ໜ່ວຍໂລກ. ໃນ​ຂະ​ນະ​ນັ້ນ, ທ່ານ​ນາງ Angela Merkel ຢັ້ງ​ຢືນ​ວ່າ: ອາ​ເມ​ລິ​ກາ​ແມ່ນ​ຄູ່​ຮ່ວມ​ມື​ຈຳ​ເປັນ, ມີ​ການ​ຮ່ວມ​ມື​ແໜ້ນ​ແຟ້ນ​ກັບ ເຢຍ​ລະ​ມັນ, ຍ້ອນນັ້ນ​ແມ່ນ​ຜົນ​ປະ​ໂຫຍດ ແລະ ຄວາມ​​ປາດ​ຖະ​ໜາ​ຂອງ​ທັງ 2 ຝ່າຍ.

 


ຂ່າວ/ບົດ​ອື່ນ