ເຢຍລະມັນເປັນປະທານການເຈລະຈາໃໝ່ກ່ຽວກັບການພົວພັນລັດເຊຍ-ຢູແກຼນ

ເຢຍລະມັນເປັນປະທານການເຈລະຈາໃໝ່ກ່ຽວກັບການພົວພັນລັດເຊຍ-ຢູແກຼນ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ Frank Walter Steinmeier (ເບື້ອງຂວາ) ໃນການປະຊຸມຂ່າວຢູ່ Tripoli, Libya.
(ພາບ: AFP/TTXVN)

(vovworld) –  ວັນ​ທີ 30/4, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ Frank Walter Steinmeier ​ໃຫ້ຮູ້​ວ່າ: ທ່ານ​ຈະ​​ເຊື້ອ​ເຊີນ​ຄູ່​ຕຳ​ແໜ່​ງລັ​ດ​ເຊຍ, ຢູ​ແກຼນ ​ແລະ ຝຣັ່ງ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຢູ່ ​ແບກ​ແລງ ​ໃນ​ວັນ​ທີ 11/5 ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ມົດ​ສະ​ກູ ​ແລະ ກີ​ແອບ ທີ່​ກ່ຽວ​ຂ້ອງ​ເຖິງ​ວິ​ກິດ​ການ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ທ່ານ Steinmeier ​​ໄດ້​ເນັ້ນ​ໜັກ​ວ່າ “ຕ້ອງ​ສ້າງ​ທ່າ​ຊຸກຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ​່ຍົກ​​ເລີກ​ບັນດາ​ຂໍ້​ຕິດ​ຂັດ​ລະຫວ່າງ ລັດ​ເຊຍ ​ແລະ ຢູ​ແກຼນ”. ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ ກໍ່​ໃຫ້​ຮູ້​ວ່າ: ກາ​ນ​ເຈລະຈາ​ຢູ່ ​ແບກ​ແລງ ຈະ​ປຶກສາ​ຫາລື​ການ​ກະກຽມ​ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ດ້ວຍ “ບັນດາ​ການສະ​ເໜີ​ລະອຽດທີ່​​ໄດ້​ຍົກ​ອອກ​ມາ​ໃນ​ໂຕະ​ເຈລະຈາ” ຄຽງ​ຂ້າງ “ບັນດາ​ຂໍ້​ສະ​ເໜີ​ທີ່​ເປັນ​ໜ້າ​ສົນ​ໃຈ​ກ່ຽວ​ກັບ​ການ​ຫັນ​ສະພາບ​ການ​ກັບ​ຄືນ​ສູ່​ປົກກະຕິ” ຈາກ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື ​ເອີ​ລົບ (OECD).


ຂ່າວ/ບົດ​ອື່ນ