ເລຂາຄະນະພັກນະຄອນຮ່າໂນ້ຍຟ້າມກວາງງີ້ຕ້ອນຮັບສະມາຊິກສະພາສູງອາເມລິກາJohnMcCain

ເລຂາຄະນະພັກນະຄອນຮ່າໂນ້ຍຟ້າມກວາງງີ້ຕ້ອນຮັບສະມາຊິກສະພາສູງອາເມລິກາJohnMcCain - ảnh 1
ເລຂາຄະນະພັກນະຄອນຮ່າໂນ້ຍຟ້າມກວາງງີ້ຕ້ອນຮັບສະມາຊິກ
ສະພາສູງອາເມລິກາJohnMcCain
(ພາບ: dangcongsan.vn)

(vovworld) - ວັນ​ທີ 28/5, ໃນ​ການ​ຕ້ອນ​ຮັບ​ປະ​ທານ​ກ​ຳ​ມາ​ທິ​ການ​ກຳ​ລັງ​ກອງ​ທັບ​ສະ​ພາ​ສູງ ອ​າ​ເມ​ລິ​ກາ, ສະ​ມາ​ຊິກ​ສະ​ພາ​ສູງ John McCain, ​ທ່ານ ຟ້າມກວາງງີ້, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຢັ້ງ​ຢືນ​ວ່າ: ການ​ຢ້ຽມ​ຢາມ​ຂອງທ່ານ John McCain ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ - ອາ​ເມ​ລິ​ກາ, 2 ຝ່າຍ​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ພິ​ເສດ​ແມ່ນ​ພວມ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ໃນ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ການ​ພົວ​ພັນ 2 ຝ່າຍ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ສຳ​ລັບ​ບັນ​ຫາ​ຮ່ວມ​ມື 2 ຝ່າຍ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ຟ້າມກວາງງີ້ ສະ​ເໜີ​ໃຫ້​ທ່ານ​ສະ​ມາ​ຊິກ​ສະ​ພາ​ສູງ John McCain ແລະ ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ສືບ​ຕໍ່​ມີ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ - ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ ແລະ ເຈ​ລະ​ຈາ TPP ບົນ​ຈິດ​ໃຈ​ສົນ​ທະ​ນາ, ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລ​ະ​ກັນ, ບັນ​ລຸ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໂດຍ​ໄວ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ທັງ 2 ຝ່າຍ. ກໍ່​ທີ່​ການ​ພົບ​ປະ, 2 ຝ່າຍ​ແບ່ງ​ປັນ​ຄວາມ​ສົນ​ໃຈ​ລວ​ມ​ກ່ຽວ​ກັບ​ບັນ​ຫາທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ