ເລຂາຄະນະພັກນະຄອນໂຮ່ຈິມິນຫງວຽນທ້ຽນເຍີນຕ້ອນຮັບປະທານສະພາສູງມຽນມາ

(VOVWORLD)-ທີ່ການພົບປະກັບທ່ານ Mahn Win Khaing Than, ປະທານສະພາສູງ, ທັງເປັນປະທານສະພາແຫ່ງຊາດສ.ສະຫະພັນມຽນມາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ວັນທີ 11 ພຶດສະພາ, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ:

ເລຂາຄະນະພັກນະຄອນໂຮ່ຈິມິນຫງວຽນທ້ຽນເຍີນຕ້ອນຮັບປະທານສະພາສູງມຽນມາ - ảnh 1 ທ່ານເລຂາຄະນະພັກນະຄອນໂຮ່ຈິມິນຫງວຽນທ້ຽນເຍີນ

ຕ້ອນຮັບປະທານສະພາສູງມຽນມາ

(ພາບ: thanhnien.vn)

ຫວຽດນາມ, ໃນນັ້ນມີນະຄອນໂຮ່ຈິມິນ ແລະ ມຽນມາ ມີການພົວພັນທີ່ເປັນມູນເຊື້ອ, ມີຈຸດຄ້າຍຄືກັນດ້ານວັດທະນະທຳ, ສາສະໜາ. ເມື່ອແບ່ງປັນກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ກໍຄືການພົວພັນຮ່ວມມືລະຫວ່າງນະຄອນໂຮ່ຈິມິນ ແລະ ມຽນມາ, ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ: ນະຄອນໂຮ່ຈິມິນ ປາດຖະໜາ ແລະ ຢາກຍູ້ແຮງບັນດາການເຄື່ອນໄຫວຮ່ວມມືກັບມຽນມາ, ພິເສດແມ່ນໃນການສົ່ງເສີມການຄ້າ, ການລົງທຶນ, ຍົກສູງມູນຄ່າແລກປ່ຽນການຄ້າລະຫວ່າງ 2 ປະເທດ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ