ເລຂາຄະນະພັກຮ່າໂນ້ຍຟ້າມກວາງງີ້ຢ້ຽມຢາມສຳນັກສັງຄະລາດຮ່າໂນ້ຍ

ເລຂາຄະນະພັກຮ່າໂນ້ຍຟ້າມກວາງງີ້ຢ້ຽມຢາມສຳນັກສັງຄະລາດຮ່າໂນ້ຍ - ảnh 1
ເລຂາຄະນະພັກຮ່າໂນ້ຍຟ້າມກວາງງີ້ຢ້ຽມຢາມສຳນັກສັງຄະລາດຮ່າໂນ້ຍ
(ພາບ: Nguyên Nhung)

(vovworld) - ເນື່ອງ​ໃນ​ໂອ​ກາດ​ຕ້ອນ​ຮັບ​ວັນ​ບຸນ ຄຼິດ​ສະ​ມາດ 2014, ຕອນ​ເຊົ້າ​ວັນ​ທີ 22/12, ທ່ານ ຟ້າມກວາງງີ້, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ໄດ​້​ໄປ​ຢ້ຽມ​ຢາມ, ອວຍ​ພອ​ນ​ບັນ​ດາ​ພະ​ສົງ​ສຳ​ມະ​ເນນ​ສາ​ສະ​ໜາ​ຄຼິດ​ທີ່​ສຳ​ນັກ​ສັງ​ຄະ​​ລາດ​ບໍ​ລິ​ເວນ ຮ່າ​ໂນ້ຍ. ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ຟ້າມກວາງງີ້ ອວຍ​ພອນ​ໃຫ້​ສັງ​ຄະ​ນະ​ຍົກ ເປ​ໂຣ ຫງວຽນ​ວັນ​ເຍີນ ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ຈົ່ງ​ມີ​ສຸ​ຂະ​ພາບ​ເຂ​ັ້ມ​ແຂງ ແລະ ມີ​ວັນ​ບຸນ ຄຼິດ​ສະ​ມາດ​ເຕັມ​ໄປ​ດ້ວຍ​ຄວາມ​ສຸກ, ພ້ອ​ມ​ທັງ​ຢືນ​ຢັນ​ວ່າ: ການນ​ຳ​ນະ​ຄອນ​ຍາມ​ໃດ​ກໍ່​ຮັບ​ຮູ້​ບັນ​ດາ​ຄ​ວາມ​ຮຽກ​ຮ້ອງ​ຕ້ອງ​ການ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ອັນ​ເປັນ​ທຳ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຖື​ສາ​ສະ​ໜາ​ຄຼິດ.

        ​ສັງ​ຄະ​ນະ​ຍົກ ເປ​ໂຣ ຫງວຽນ​ວັນ​ເຍີນ ໃຫ້​ຮູ້​ວ່າ: ຈະ​ສືບ​ຕໍ່​ເຮັດ​ຈົນ​ສຸ​ດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ຢູ່​ໃນ​ສິນ, ກິນ​ໃນ​ທຳ, ​ເຄົາ​ລົບ​ບູ​ຊາ​ພະ​ເຢ​ຊູ ແລະ ຮັກຊາດ ແລະ ປະ​ກອ​ບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.




ຂ່າວ/ບົດ​ອື່ນ