ເລຂາທິການສະພາແຫ່ງຊາດ ເຂົ້າຢ້ຽມຂ່ຳນັບປະທານສະພາສູງ ອົດສະຕາລີທີ່ພວມຢ້ຽມຢາມຫວຽດນາມ

(VOVWORLD) -ບັນຫາສຳຄັນຂອງຫວຽດນາມໃນປັດຈຸບັນ ແມ່ນ ການປ່ຽນແປງໃຫມ່, ຍົກສູງຄຸນນະພາບ ແລະ ການແກ່ງແຍ່ງຂອງຜະລິດຕະພັນແລະ ສິນຄ້າ ຫວຽດນາມ

ຕອນບ່າຍວັນທີ 21 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານ ຫງວຽນແຫ້ງຟູກ ກຳມະການສູນກາງພັກ, ເລຂາທິການສະພາແຫ່ງຊາດ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມ - ອົດສະຕາລີໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາສູງອົດສະຕາລີ Scott Ryan ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ໃນໂອກາດນີ້ທ່ານເລຂາທິການສະພາແຫ່ງຊາດຫງວຽນແຫ້ງຟູກ ໄດ້ເນັ້ນໜັກວ່າ ໃນສະໄຫມມໍ່ໆມານີ້ຂອງສະພາແຫ່ງຊາດ, ການເຄື່ອນໄຫວຂອງບັນດາກຸ່ມ ສະມາຊິກ ສະພາແຫ່ງຊາດມິດຕະພາບ ໄດ້ກາຍເປັນຊ່ອງທາງອັນສຳຄັນໃນການ ເຄື່ອນໄຫວທາງການທູດຂອງ ສະພາແຫ່ງຊາດ.

ເລຂາທິການສະພາແຫ່ງຊາດ ເຂົ້າຢ້ຽມຂ່ຳນັບປະທານສະພາສູງ ອົດສະຕາລີທີ່ພວມຢ້ຽມຢາມຫວຽດນາມ - ảnh 1ທ່ານ ຫງວຽນແຫ້ງຟູກ ກຳມະການສູນກາງພັກ, ເລຂາທິການສະພາແຫ່ງຊາດ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມ - ອົດສະຕາລີ ແລະ ທ່ານປະທານສະພາສູງອົດສະຕາລີ Scott Ryan (ພາບ: daibieunhandan.vn)

        ກ່ຽວກັບການປະຕິບັດສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າ ຂ້າມປາຊີຟິກ ທ່ານເລຂາທິການສະພາແຫ່ງຊາດຫງວຽນແຫ້ງຟູກ ໄດ້ຊີ້ແຈ້ງ ບັນຫາສຳຄັນຂອງຫວຽດນາມໃນປັດຈຸບັນ ແມ່ນ ການປ່ຽນແປງໃຫມ່, ຍົກສູງຄຸນນະພາບ ແລະ ການແກ່ງແຍ່ງຂອງຜະລິດຕະພັນແລະ ສິນຄ້າ ຫວຽດນາມ ພ້ອມທັງຫວັງວ່າ ອົດສະຕາລີ ຈະສະໜັບສະໜູນຫວຽດນາມໃນບັນຫາ ດັ່ງກ່າວ. ທ່ານເລຂາທິການສະພາແຫ່ງຊາດຫງວຽນແຫ້ງຟູກໃຫ້ຮູ້ວ່າ ຫວຽດ ນາມກຳລັງຜັນຂະຫຍາຍກໍ່ສ້າງແຜນຮ່າງສະພາແຫ່ງຊາດເອເລັກໂຕນິກ, ກໍ່ສ້າງ ຫໍສະໝຸດສະພາແຫ່ງຊາດເອເລັກໂຕນິກ ແລະ ຫວັງວ່າ ລັດຖະສະພາ ອົດສະ   ຕາລີຈະຊ່ວຍເຫຼືອສະພາແຫ່ງຊາດຫວຽດນາມໃນບັນຫາດັ່ງກ່ວາ

ສ່ວນທ່ານປະທານສະພາສູງອົດສະຕາລີ Scott Ryanໃຫ້ຮູ້ວ່າ ຫວຽດນາມ - ອົດສະຕາລີ ມີຄວາມສາມາດອັນໃຫຍ່ຫຼວງໃນການເພີ່ມທະວີການຮ່ວມມືແບບສອງຝ່າຍ ໂດຍສະເພາະປັດຈຸບັນ, ທັງສອງປະເທດລ້ວມແຕ່ເປັນສະມາຊິກຂອງສົນທິສັນຍາຄຸ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າ ຂ້າມປາຊີຟິກ. ນອກຈາກນີ້ ທ່ານປະທານສະພາສູງອົດສະຕາລີ Scott Ryan ໄດ້ຍັ້ງຍືນວ່າປັດຈຸບັນ ສອງປະເທດມີຄວາມໄວ້ເນືຶ້ອເຊື່ອໃຈເຊິ່ງກັນແລະກັນຢ່າງແຮງ ນັ້ນແມ່ນພື້ນຖານເພື່ອໃຫ້ຫວຽດນາມ ແລະ ອົດສະຕາລີ ຮ່ວມມືຢ່າງແໜ້ນແຟ້ນກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ