ເລ​ຂາ​ທິ​ການ​ໃຫຍ່ ພັກ​ຄອມ​ມູ​ນິດ ອູ​ຣູກ​​ວາຍ ຢັ້ງ​ຢືນ​ບົດ​ບາດ​ນຳ​ພາ​ຂອງ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ

(VOVWORLD) - ວັນທີ 29 ມັງກອນ, ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານ Juan Castillo, ທ່ານເລຂາທິການໃຫຍ່ພັກຄອມມູນິດ ອູຣູກວາຍ, ຢັ້ງຢືນວ່າ: ພັກຄອມມູນິດ ຫວຽດນາມ ສວມບົດບາດສຳຄັນຍິ່ງໃນການນຳພາຊາດ ຫວຽດນາມ ຍາດໄດ້ຜົນງານຫຼາຍຢ່າງໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຢ່າງມີໄຊ.
ເລ​ຂາ​ທິ​ການ​ໃຫຍ່ ພັກ​ຄອມ​ມູ​ນິດ  ອູ​ຣູກ​​ວາຍ ຢັ້ງ​ຢືນ​ບົດ​ບາດ​ນຳ​ພາ​ຂອງ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ - ảnh 1ທ່ານ Juan Castillo, ທ່ານເລຂາທິການໃຫຍ່ພັກຄອມມູນິດ ອູຣູກວາຍ (ພາບ: TTXVN)
 ປະທານ ໂຮ່ຈີມິນ - ຜູ້ກໍ່ຕັ້ງພັກຄອມມູນິດ ຫວຽດນາມ ພ້ອມກັບການນໍາຫວຽດນາມ ລຸ້ນຕ່າງໆ ໄດ້ນຳພາຊາດ ຫວຽດນາມ ສ້າງລັດທິສັງຄົມນິຍົມຢ່າງສຳເລັດຜົນ ແລະ ພວມບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງໃນກິດຈະການປ່ຽນແປງໃໝ່.  ທ່ານເລຂາທິການໃຫຍ່ພັກຄອມມູນິດ ອູຣູກວາຍ Castillo  ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບ ພັກຄອມມູນິດ ຫວຽດນາມ ຫຼາຍກວ່າອີກ, ເພື່ອແບ່ງປັນບົດຮຽນ, ປະສົບການອັນລ້ຳຄ່າເຊິ່ງ ຫວຽດນາມໄດ້ປະຕິບັດຢ່າງສຳເລັດຜົນໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ເພື່ອຜັນປະໂຫຍດຂອງປະຊາຊົນໃນຊຸມປີມໍ່ໆມານີ້.

        ທ່ານຕີລາຄາສູງເລື່ອງສອງປະເທດເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ທ່ານກໍໃຫ້ຮູ້ວ່າ ພ້ອມກັບອຳນາດການປົກຄອງ Montevideo, ພັກຄອມມູນິດ ອູຣູກວາຍ ພວມຊຸກຍູ້ການສ້າງ ສູນວັດທະນະທຳ ຫວຽດນາມ, ໃນນັ້ນ ມີຮູບປັ້ນປະທານ ໂຮ່ຈີມິນ ໄດ້ຕັ້ງຢູ່ສະຖານທີອັນດີງາມຂອງນະຄອນຫຼວງ ເພື່ອອາໄລຫາເພິ່ນ. ໃນໄລຍະເດີນທາງໄປຊອກຫາເສັ້ນທາງກູ້ຊາດ ກ່ອນນີ້ 112 ປີ, ປະທານ ໂຮ່ຈີມິນ ເຄີຍເຄື່ອນໄຫວຢູ່ທ່າກ່ຳປັ່ນທະເລ ອູຣູກວາຍ ແລະ ອາກຊັງຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ