ເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບ ນາຍົກລັດຖະມົນຕີ ສະຫະພັນລັດເຊຍ, ປະທານພັກປະເທດລັດເຊຍ ເອກະພາບ

(VOVWORLD) - ເມື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງ 2 ປະເທດ, ການນຳ 2 ທ່ານໄດ້ເນັ້ນໜັກເຖິງການຮ່ວມມືເສດຖະກິດຍາມໃດກໍ່ສວມບົດບາດສຳຄັນໃນສະພາບການລວມຂອງການພົວພັນ 2 ປະເທດ
ເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບ ນາຍົກລັດຖະມົນຕີ ສະຫະພັນລັດເຊຍ, ປະທານພັກປະເທດລັດເຊຍ ເອກະພາບ - ảnh 1ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ Dmitry Medvedev

ຕອນບ່າຍວັນທີ 5 ກັນຍາ, ຢູ່ ມົດສະກູ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ພົບປະກັບທ່ານ Dmitry Medvedev, ນາຍົກລັດຖະມົນຕີ ສະຫະພັນລັດເຊຍ, ປະທານພັກປະເທດລັດເຊຍ ເອກະພາບ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ Dmitry Medvedev ເນັ້ນໜັກວ່າ ການມາຢ້ຽມຢາມລັດເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນຄັ້ງນີ້ແມ່ນໂອກາດເພື່ອໃຫ້ 2 ຝ່າຍເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງຂຶ້ນຕື່ມ, ນຳການພົວພັນສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່.

        ເມື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງ 2 ປະເທດ, ການນຳ 2 ທ່ານໄດ້ເນັ້ນໜັກເຖິງການຮ່ວມມືເສດຖະກິດຍາມໃດກໍ່ສວມບົດບາດສຳຄັນໃນສະພາບການລວມຂອງການພົວພັນ 2 ປະເທດ; ເຫັນດີເປັນເອກະພາບຕັດສິນໃຈນຳການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນພັດທະນາຢ່າງແຮງກ່ວາອີກ.

        ສອງຝ່າຍເຫັນດີເປັນເອກະພາບກັນຊຸກຍູ້ປະຕິບັດບັນດາມາດຕະການເພື່ອຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີລົບ ໄດ້ຢ່າງສະດວກ. ທ່ານນາຍົກລັດຖະມົນຕີ ລັດເຊຍ ຢັ້ງຢືນວ່າ: ລັດຖະບານ ລັດເຊຍ ຈະມານະພະຍາຍາມຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືໃນເຂດດິນແດນຂອງກັນ, ພິເສດແມ່ນບັນດາໂຄງການໃນຂົງເຂດພະລັງງານ, ນ້ຳມັນອາຍແກັດ, ຄົມມະນາຄົມ, ໂທລະຄົມ, ກະສິກຳ…

        ທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev ກໍ່ໃຫ້ຮູ້ວ່າ: ລັດຖະບານ ລັດເຊຍ ພວມສ້າງຮ່າງສັນຍາແຮງງານທີ່ມີການຈັດຕັ້ງ ແລະ ເງື່ອນໄຂໄປມາຂອງພົນລະເມືອງ 2 ປະເທດ, ສ້າງເງື່ອນໄຂໃຫ້ແກ່ການຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ສົ່ງເສີມພັດທະນາການທ່ອງທ່ຽວ.

        ກ່ຽວກັບການຮ່ວມມືລະຫວ່າງ 2 ພັກ, ການນຳສອງທ່ານໄດ້ເປັນເອກະພາບກັນສືບຕໍ່ຊຸກຍູ້ການຮ່ວມມື, ແລກປ່ຽນຄະນະຜູ້ແທນ, ທາບທາມຄວາມເຫັນກ່ຽວກັບບັນດາບັນຫາສຳຄັນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ຫຼາຍກ່ວາອີກ.

        ເນື່ອງໃນໂອກາດນີ້,ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ Dmitry Medvedev ມາຢ້ຽມຢາມ ຫວຽດນາມ, ເຊື້ອເຊີນການນຳພັກປະເທດລັດເຊຍ ເອກະພາບ ມາຢ້ຽມຢາມ ຫວຽດນາມ. ທ່ານນາຍົກລັດຖະມົນຕີ Dmitry Medvedev ສະແດງຄວາມຂອບໃຈ ແລະ ຕອບຮັບຄຳເຊື້ອເຊີນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ