ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ກັ​ບການ​ນຳ​ຫຼັກ​ແຫຼ່ງ​ກ່ຽວ​ກັບ​ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ-19

(VOVWORLD) -ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ຍ້ອງຍໍຊົມເຊີຍກຳລັງຢູ່ແນວໜ້າການແພດ, ການທະຫານ, ຕຳຫຼວດ, ບັນດາກະຊວງຂະແໜງການ ທ້ອງຖິ່ນຕ່າງໆ… 
ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ​ກັ​ບການ​ນຳ​ຫຼັກ​ແຫຼ່ງ​ກ່ຽວ​ກັບ​ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ-19 - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 24 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ  ຫງວຽນຝຸຈ້ອງ ໄດ້ເປັນປະທານການເຮັດວຽກກັບບັນດາການນຳຫຼັກແຫຼ່ງກ່ຽວກັບວຽກງານປ້ອງກັນ,ຕ້ານໂລກລະບາດໂຄວິດ - 19. ເຂົ້າຮ່ວມການເຮັດວຽກມີທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ… ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ຍ້ອງຍໍຊົມເຊີຍກຳລັງຢູ່ແນວໜ້າການແພດ, ການທະຫານ, ຕຳຫຼວດ, ບັນດາກະຊວງຂະແໜງການ ທ້ອງຖິ່ນຕ່າງໆ… ໄດ້ເຂົ້າຮ່ວມໂດຍໄວດ້ວຍຄວາມຕັດສິນໃຈມານະພະຍາຍາມຢ່າງສູງໃນບັນຫາຄວບຄຸມໂລກລະບາດໂຄວິດ - 19 ເຊິ່ງໄດ້ຮັບການສະໜັບສະໜູນຈາກປະຊາຊົນເປັນຈຳນວນຫຼວງຫຼາຍ. ເມື່ອຊີ້ໃຫ້ເຫັນຢ່າງຈະແຈ້ງບັນດາຂໍ້ຈຳກັດ, ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ສະເໜີໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການທ້ອງຖິ່ນ ສືບຕໍ່ເປັນເຈົ້າການໃນການຄາດຄະເນສະພາບການ, ຜັນຂະຫຍາຍຢ່າງຄົບຊຸດ, ສຸມໃສ່ເປັນເອກະພາບ, ແບ່ງວຽກງານຢ່າງຈະແຈ້ງ, ຖືກຕ້ອງກັບບົດບາດໜ້າທີ່ ເພື່ອ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ