ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຈະຢ້ຽມຢາມ ສ.ອີນໂດເນເຊຍ ຢ່າງເປັນທາງການ ແລະ ຢ້ຽມຢາມ ທາງລັດຖະກິດ ມຽນ​ມາ

(VOVWORLD) - ການຢ້ຽມຢາມແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊີ່ງກວ່າອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືຢ່າງແທດຈິງ, ສ້າງບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອີນໂດເນເຊຍ.
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຈະຢ້ຽມຢາມ ສ.ອີນໂດເນເຊຍ ຢ່າງເປັນທາງການ ແລະ ຢ້ຽມຢາມ ທາງລັດຖະກິດ ມຽນ​ມາ - ảnh 1ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ 

ໂດຍໄດ້ຮັບຄຳເຊີນຂອງທ່ານ Joko Widodo ປະທານາທິບໍດີ ສາທາລະນະລັດ ອີນໂດເນເຊຍ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະໄປຢ້ຽມຢາມ ສາທາລະນະລັດ ອີນໂດເນເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 22 ເຖິງ 24 ສິງຫາ 2017. ການຢ້ຽມຢາມແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊີ່ງກວ່າອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືຢ່າງແທດຈິງ, ສ້າງບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອີນໂດເນເຊຍ.

        ໂດຍຮັບຄຳເຊີນຂອງທ່ານ  Htin Kyaw ປະທານາທິບໍດີ ສະຫະພາບ ມຽນມາ, ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະໄປຢ້ຽມຢາມ ທາງລັດຖະກິດ ສະຫະພາບ ມຽນມາ ໃນລະຫວ່າງວັນທີ 24 – 26 ສິງຫາ 2017. ການຢ້ຽມຢາມແມ່ນເພື່ອແນໃສ່ກຳນົດຂອບເຂດການພົວພັນສະແດງໃຫ້ເຫັນຂີດໝາຍໃໝ່, ລະດັບສູງໃໝ່, ພະລັງແຮງໃໝ່ໃຫ້ການພົວພັນສອງປະເທດໃນທຸກໆຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ