ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ

(VOVWORLD) - ຕອນເຊົ້າວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານ ຄຳພັນ ພົມມະທັດ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ເປັນຫົວໜ້າຄະນະ, ພວມມີການຢ້ຽມຢາມ ຫວຽດນາມ.
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ - ảnh 1ທ່ານ ຄຳພັນ ພົມມະທັດ ແລະ ທ່ານ ຫງວຽນຟູ່ຈ້ອງ 

ທ່ານ ຄຳພັນ ພົມມະທັດ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮັບຊາບ ກ່ຽວກັບໝາກຜົນແຫ່ງການເຈລະຈາກັບຄະນະຜູ້ແທນຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ. ທ່ານ ຄຳພັນ ພົມມະທັດ ຢືນຢັນວ່າ: ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ຈະສົມທົບກັນຢ່າງແໜ້ນແຟ້ນ ກັບຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, ຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສູນກາງຂອງ 2 ພັກຢ່າງມີປະສິດທິຜົນ.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ທີ່ມີຕໍ່ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.  ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ ໃນໄລຍະຈະມາເຖິງ, ຫ້ອງວ່າການສູນກາງພັກຂອງ 2 ປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ວິຊາສະເພາະເພື່ອຜັນຂະຫຍາຍການປະຕິບັດ, ພາລະບົດບາດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ, ການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກຂອງ 2 ປະເທດ ໄລຍະ 2017 -2020 ແລະ ແຜນການປະຕິບັດແຜນຮ່າງການຮ່ວມມືກ່ຽວກັບເອກະສານ, ສຳເນົາເອກະສານ, ຫໍສະໝຸດໄລຍະ 2 ຢ່າງມີປະສິດທິຜົນ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ