ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຜູ້ແທນພັກກອມມູນິດຈີນ

(VOVWORLD) - ເມື່ອແລກປ່ຽນກັບທ່ານ ຖວາງທ໋ວນໝິນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ ເລື່ອງ 2 ພັກໄດ້ສະຫລຸບທິດສະດີ ແລະ ພຶດຕິກຳແຫ່ງການປ່ຽນໃໝ່
 

ຕອນບ່າຍວັນທີ 5 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບທ່ານ ຖວາງທ໋ວນໝິນ ,ກຳມະການກົມການເມືອງ, ເລຂາຄະນະເລຂາ, ຫົວໜ້າຄະນະໂຄສະນາສູນກາງ, ຫົວໜ້າຄະນະຜູ້ແທນພັກກອມມູນິດ ຈີນ, ພວມຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທີ 14 ລະຫວ່າງ 2 ພັກ.

        ເມື່ອແລກປ່ຽນກັບທ່ານ ຖວາງທ໋ວນໝິນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢັ້ງຢືນວ່າ ເລື່ອງ 2 ພັກໄດ້ສະຫລຸບທິດສະດີ ແລະ ພຶດຕິກຳແຫ່ງການປ່ຽນໃໝ່, ປະຕິຮູບເປີດປະຕູ ແລະ ແລກປ່ຽນ, ຮ່ຳຮຽນເອົາບົດຮຽນເຊິ່ງກັນ ແລະ ກັນເປັນປະຈຳ ແມ່ນການເຄື່ອນໄຫວຈຳເປັນ ແລະ ມີຜົນປະໂຫຍດ. ທ່ານເລຂາທິການໃຫຍ່ ກໍ່ເນັ້ນໜັກບົດບາດສຳຄັນຂອງບັນດາອົງການໂຄສະນາສຶກສາ, ໂຄສະນາ ແລະ ສື່ມວນຊົນ 2 ປະເທດໃນການປະກອບສ່ວນນຳການພົວພັນ ຫວຽດນາມ - ຈີນ ພັດທະນາຢ່າງບໍ່ຢຸດຢັ້ງ.

        ສ່ວນທ່ານ ຖວາງທ໋ວນໝິນ ຢັ້ງຢືນວ່າ ພັກ, ລັດຖະບານ ຈີນ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບ ຫວຽດນາມ ຢືດໝັ້ນພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານ, ນຳການພົວພັນລະຫວ່າງ 2 ປະເທດ ພັດທະນາປອດໄສ, ຕັ້ງໜ້າ, ສະຖຽນລະພາບຢ່າງບໍ່ຢຸດຢັ້ງ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາສູນກາງພັກ ມີການເຈລະຈາກັບທ່ານ ຖວາງທ໋ວນໝິນ.

ຕອບກັບ

ຂ່າວ/ບົດ​ອື່ນ