ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ພົບປະກັບໜ່ວຍພັກດີເດັ່ນໃນກຸ່ມວິສາຫະກິດຂັ້ນສູນກາງ

ເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ  ພົບປະກັບໜ່ວຍພັກດີເດັ່ນໃນກຸ່ມວິສາຫະກິດຂັ້ນສູນກາງ   - ảnh 1
ທ່່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້​ອງ  ໄດ້​ພົບ​ປະ​ກັບ​ບັນ​ດາ​ເລ​ຂາ​ໜ່ວຍ​ພັກ​ດີ​ເດັ່ນໃນ​ຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະ​ກິດ​ຂັ້ນ​ສູນ​ກາງ

(vovworld)- ຕອນ​ບ່າຍ​ວັນ​ທີ 13/12 , ຢູ່​ຮ່າ​ໂນ້ຍ, ທ່່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້​ອງ  ໄດ້​ພົບ​ປະ​ກັບ​ບັນ​ດາ​ເລ​ຂາ​ໜ່ວຍ​ພັກ​ດີ​ເດັ່ນໃນ​ຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະ​ກິດ​ຂັ້ນ​ສູນ​ກາງ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ້​ຈ້​ອງ ຢືນ​ຢັນ​ວ່າ ໜ້າ​ທີ່​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ຂອງ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ແມ່ນ​ໜັກ​ໜ່ວງ​ທີ່​ສຸດ, ວຽກ​ງານ​ພັກ ກໍ​ຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ​ໃໝ່. ຕໍ່ໜ້າ​ສະ​ພາບ​ການນີ້,  ທ່່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ້​ຈ້​ອງ​ ຕັກ​ເຕືອນ​ວ່າ :

      “ ໃນ​ການ​ຊີ້​ນຳນຳ​ພາການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຕ້ອງ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ ໂດຍ​ເລັ່ງ​ໃສ່​ຕາມ​ທິດ​ໜ່ວຍ​ພັກ​ນຳ​ພາ​ເພື່ອ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ໜ້າ​ທີ​ການ​ເມ​ືອງ, ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ກຳ​ລັງ​ແກ່ງ​ແຍ້ງ, ພັດ​ທະ​ນາ​ຢ່າງວອ​່ງ​ໄວ, ໝັນ​ຄົງ. ໃນ​ການ​ຊັບ​ຊ້ອນ, ການ​ຫັນ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ນ​ສ່ວນ ຕ້ອງ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ, ອິດ​ທິ​ພົນ​ຊື່​ສຽງ​ຂອງ​ລັດ​ວິ​ສາ​ຫະ​ກິດ”

      

ຂ່າວ/ບົດ​ອື່ນ