ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ຮ່າໂນ້ຍ

(VOVWORLD) - ຕອນບ່າຍວັນທີ 25 ກໍລະກົດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ  ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ສູນລ້ຽງດູ, ເບິ່ງແຍງດູແລ, ປິ່ນປົວ ແລະ ບຳລຸງສຸຂະພາບໃຫ້ບັນດາຜູ້ມີຄຸນງາມຄວາມດີຕ່ໍການປະຕິວັດຢູ່ ຮ່າໂນ້ຍ. 

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ຮ່າໂນ້ຍ - ảnh 1  ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ  ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ສູນລ້ຽງດູຢູ່ ຮ່າໂນ້ຍ. 

(ພາບ: ຈີ໋ຢູ້ງ/ສຳນັກຂ່າວສານ ຫວຽດນາມ)

ທ່ານເລຂາທິການໃຫຍ່ ໄດ້ຢື້ຢາມຖາມຂ່າວບັນດາແມ່ ຫວຽດນາມ ວິລະຊົນ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ແບ່ງເບົາບັນດາການເສຍສະຫຼະ, ຄວາມເສຍຫາຍຂອງບັນດາແມ່. ທ່ານເລຂາທິການໃຫຍ່ ຢືນຢັນວ່າ ວຽກງານຕອບບຸນແທນຄຸນບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກ, ອົງການພັກ, ອຳນາດການປົກຄອງ ແລະ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ. ທ່ານເລຂາທິການໃຫຍ່ກໍ່ໃສ່ໃຈວ່າ ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຕ້ອງຜັນຂະຫຍາຍການເຄື່ອນໄຫວໃຫ້ອຸດົມສົມບຸນ, ແທດຈິງ ກ່ວາເພື່ອສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ