ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເດີນທາງໄປຢ້ຽມຢາມ ອິນໂດເນເຊຍ ແລະ ມຽນມາ ຢ່າງເປັນທາງການ

(VOVWORLD) - ການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖືກດຳເນີນແຕ່ວັນທີ 22 -24 ສິງຫາ, ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການສ້າງຕັ້ງມາແຕ່ປີ 2013 ເລິກເຊິ່ງກ່ວາອີກ
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເດີນທາງໄປຢ້ຽມຢາມ ອິນໂດເນເຊຍ ແລະ ມຽນມາ ຢ່າງເປັນທາງການ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ໂດຍໄດ້ຮັບຄຳເຊີນຂອງທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ແລະ ທ່ານປະທານາທິບໍດີ ສາທາລະນະລັດ ສະຫະພາບ ມຽນມາ Htin Kyaw, ຕອນເຊົ້າວັນທີ 22 ສິງຫາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ໄປຢ້ຽມຢາມ ສາທາລະນະລັດ ອິນໂດເນເຊຍ ຢ່າງເປັນທາງການ ແລະ ໄປຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ສະຫະພາບ ມຽນມາ.

        ການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖືກດຳເນີນແຕ່ວັນທີ 22 -24 ສິງຫາ, ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການສ້າງຕັ້ງມາແຕ່ປີ 2013 ເລິກເຊິ່ງກ່ວາອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມື, ສ້າງບາດກ້າວພັດທະນາໃໝ່ໃນການພົວພັນ ຫວຽດນາມ ກັບ ອິນໂດເນເຊຍ ກ່ວາອີກ.

        ເມື່ອສິ້ນສຸດການຢ້ຽມຢາມ ອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຈະເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ມຽນມາ ແຕ່ວັນທີ 24 -26 ສິງຫາ.

ຕອບກັບ

ຂ່າວ/ບົດ​ອື່ນ