ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານເຂດ 4

(VOVWORLD) -  ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເນັ້ນໜັກວ່າ ທະຫານເຂດ 4 ແມ່ນສະຖານທີ່ພິເສດໃນຍຸດທະສາດປົກປັກຮັກສາປະເທດຊາດ. ເລື່ອງຕັ້ງທັບໃນບໍລິເວນທະຫານເຂດ 4 ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານເຂດ 4 - ảnh 1 ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານເຂດ 4

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເງະອານ, ຕອນເຊົ້າວັນທີ 29 ຕຸລາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ກອງບັນຊາການທະຫານເຂດ 4. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເນັ້ນໜັກວ່າ ທະຫານເຂດ 4 ແມ່ນສະຖານທີ່ພິເສດໃນຍຸດທະສາດປົກປັກຮັກສາປະເທດຊາດ. ເລື່ອງຕັ້ງທັບໃນບໍລິເວນທະຫານເຂດ 4 ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ, ແຕ່ກໍ່ມີຫຼາຍສິ່ງລຳບາກກາກກຳ, ສິ່ງທ້າທາຍ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງສະເໜີໃຫ້ພະນັກງານ,ທະຫານກຳລັງປະກອບອາວຸດທະຫານເຂດ 4 ສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນ ແລະ ບົດຮຽນທີ່ມີຢູ່ແລ້ວ, ແກ້ໄຂທຸກໆຄວາມຫຍຸ້ງຍາກ, ສິ່ງທ້າທາຍດ້ວຍຄວາມຕັດສິນໃຈສູງ.

        ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປຖະຫວາຍທູບທຽນໄວ້ອາໄລປະທານ ໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານ ກິມລຽນ, ຢູ່ຕາແສງ ກິມລຽນ, ເມືອງ ນາມດ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ