ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ​ຕີ​ລາ​ຄາ​ສ​ູງ​ເລື່ອງ ຫວຽດ​ນາມ ກະ​ກຽ​ມ​ບັນ​ດາ​ເນື້ອ​ໃນ​ຂອງ ເສົາ​ຄ້ຳ ວັດ​ທະ​ນະ​ທຳ - ສັງ​ຄົມ

(VOVWORLD) -ວັນທີ 03 ທັນວາ, ທີ່ການຕ້ອນຮັບທ່ານ Lim Jock Hoi ເລຂາທິການໃຫຍ່ ອາຊຽນ ຢູ່ຮ່າໂນ້ຍ, ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ດ້ວຍບົດບາດແມ່ນອົງການປະສານງານ ເສົາຄ້ຳວັດທະນະທຳ - ສັງຄົມ ອາຊຽນຂອງ ຫວຽດນາມ, ທາງກະຊວງໄດ້ເປັນເຈົ້າການກະກຽມວຽກງານຫຼາຍຢ່າງ
ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ​ຕີ​ລາ​ຄາ​ສ​ູງ​ເລື່ອງ ຫວຽດ​ນາມ ກະ​ກຽ​ມ​ບັນ​ດາ​ເນື້ອ​ໃນ​ຂອງ ເສົາ​ຄ້ຳ ວັດ​ທະ​ນະ​ທຳ - ສັງ​ຄົມ - ảnh 1ທ່ານ Lim Jock Hoi ເລຂາທິການໃຫຍ່ ອາຊຽນ ແລະ ທ່ານ ດ່າວງອກຢຸງ ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ

ໃນນັ້ນມີ 5 ບັນຫາໄດ້ຮັບການບຸລິມະສິດຕົ້ນຕໍ ໃນປີ ຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ 2020, ຫວຽດນາມໄດ້ເອົາໃຈໃສ່ທີ່ສຸດເຖິງຂົງເຂດສັງຄົມ, ລະອຽດແມ່ນຈະສຸມໃສ່ເຂົ້າ 3 ບັນຫາ: ທັກສະການອອກແຮງງານ, ວຽກງານທີ່ສົມເຫດສົມຜົນ ແລະ ການຮັບປະກັນຊີວິດສັງຄົມແບບຍື່ນຍົງ. ຫວຽດນາມກໍ່ຈະປະສານງານເພື່ອເສີມຂະຫຍາຍສີສັນວັດທະນະທຳຂອງບັນດາປະເທດ ອາຊຽນ, ສ້າງຄຸນຄ່າລວມຂອງ ທົ່ວປະຊາຄົມ ອາຊຽນ ທີ່ ວັດທະນະທຳມີຄວາມຫຼາຍຮູບຫຼາຍແບບ.

        ກ່າວຄຳເຫັນນະທີ່ນີ້, ທ່ານ Lim Jock Hoi ໄດ້ຕີລາຄາສູງເລື່ອງ ຫວຽດນາມກະກຽມບັນດາເນື້ອໃນຮ່ວມມືຂອງ ເສົາຄ້ຳວັດທະນະທຳ - ສັງຄົມ, ຢັ້ງຢືນວ່າ ຄະນະເລຂາທິການ ອາຊຽນພ້ອມແລ້ວທີ່ຈະຮ່ວມເດີນທາງກັບ ຫວຽດນາມໃນການຈັດຕັ້ງບັນດາການເຄື່ອນໄຫວຂອງ ເສົາຄ້ຳ ວັດທະນະທຳ - ສັງຄົມໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ