ເລຂາທິການໃຫຍ່ນາໂຕຄົນໃໝ່ບຸລິມະສິດປັບປຸງການພົວພັນກັບລັດເຊຍ

ເລຂາທິການໃຫຍ່ນາໂຕຄົນໃໝ່ບຸລິມະສິດປັບປຸງການພົວພັນກັບລັດເຊຍ - ảnh 1
ທ່ານ Jens Stoltenberg
(ພາບ: www.newsyaps.com)

(vovworld) – ວັນ​ທີ 1/10, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ນອກ​ແວ ທ່ານ Jens Stoltenberg ໄດ້​ກາຍ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄົນ​ໃໝ່​ຂອງ​ອົງ​ການ​ນາ​ໂຕ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ພິ​ທີ​ດຳ​ລົງ​ຕຳ​ແໜ່ງ, ທ່ານ Stoltenberg ຮຽກ​ຮ້ອງ​ໃຫ້ ລັດ​ເຊຍ ປ່ຽນ​ແປງທ່າ​ທີ, ກໍ່​ຄື​ການກ​ະ​ທຳ​ຢູ່ ເອີ​ລົບ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ຢູ່ ຢູ​ແກຼນ. ທ່ານກໍ່​ຢັ້ງ​ຢືນ​ວ່າ: ນາ​ໂຕ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ພົວ​ພັນ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ກັບ ລັດ​ເຊຍ. ທີ່​ການ​ສະ​ເໜີ​ຕົວ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ພິ​ທີ​​ຮັບດຳ​ລົງ​ຕຳ​ແໜ່ງ​ຢູ່​ສ​ຳ​ນັກ​ງານ​ຕົ​້ນ​ຕໍ​ຂອງ ນາ​ໂຕ, ທ່ານ Jens Stoltenberg ຖື​ວ່າ: ວິ​ກິດ​ການ​ຢູ່ ຢູ​ແກຼນ ແມ່ນ​ການ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ ສຳ​ລັບ​ຄວາມ​ສະ​ຫງົບ​ຂອງ ເອີ​ລົບ ແລະ ມະ​ຫາ​ສະ​ໝຸດ​ອັດ​ລັງ​ຕິກ. ທ່ານກໍ່​ຖະ​ແຫຼງວ່າ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ຢູ​ແກຼນ ເອ​ກະ​ລ​າດ, ​ມີຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ​ທີ່ສະ​ຖຽນ​ລະ​ພາບ.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ Stoltenberg ຖະ​ແຫຼງວ່າ: ນາ​ໂຕ ບໍ່​ຊອກ​ຫາ​ວິ​ທີ​ປະ​ທະ​ກັນ​ກັບ ລັດ​ເຊຍ ແຕ່ບໍ່​ອາດ​ສາ​ມາດ ແລະ ຈະ​ບໍ່ປະ​ນິ​ປະ​ນອມ​​ຕໍ່​ບັນ​ດາຫຼັກ​ການ​ເຊິ່ງ​ສຳ​ພັນ​ທະ​ມິດ​ການ​ທະ​ຫານນີ້ ກໍ່​ຄື​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່ ເອີ​ລົບ ແລະ ອາ​ເມ​ລິ​ກາ​ ເໜື​ອ ​ໄດ້ວາງ​ອອກ, ດ້ວຍ​ເລື່ອງ​ຄັດ​ສະ​ເໜີ​ມາດ​ຕາ​ທີ 5 ຂອງ ສົນ​ທິ​ສັນ​ຍາ ວໍ​ຊິງ​ຕັນ ກ່ຽວ​ກັບ​ການ​ປ້ອງ​ກັນ​ລວມ​ໝູ່.

 


ຂ່າວ/ບົດ​ອື່ນ