ເລຂາທິການໃຫຍ່ສະມາຄົມມິດຕະພາບອັງກິດ-ຫວຽດນາມ:ຈີນຄວນເຄົາລົບອະທິປະໄຕທະເລຂອງຫວຽດນາມ

ເລຂາທິການໃຫຍ່ສະມາຄົມມິດຕະພາບອັງກິດ-ຫວຽດນາມ:ຈີນຄວນເຄົາລົບອະທິປະໄຕທະເລຂອງຫວຽດນາມ - ảnh 1
ຮ້ານເຈາະນ້ຳມັນຂອງຈີນຕັ້ງຜິດກົດໝາຍຢູ່ເຂດທະເລຫວຽດນາມ
ພາບ:internet


(vovworld)-ວັນ​ທີ 10/5, ​ທ່ານ Len Aldis, ​ເລຂາທິການ​ໃຫຍ່​ສະມາຄົມ​ມິດຕະພາບ ອັງກິດ-​ຫວຽດນາມ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ສະຖານທູດ ຈີນ ຢູ່ ລາຊະ​ອານາ​ຈັກ ອັງກິດ ​ແລະ ​ໄອ​ແລນ​ເຫນືອ ​ໂດຍ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ຜັນ​ແປ​ຢ່າງ​ສັບສົນ​ປະຈຸ​ບັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຂຶ້ນ​ກັບ​ອະທິປະ​ໄຕຂອງ​ຫວຽດນາມ. ຕາງຫນ້າ​ໃຫ້​ສະມາຄົມ​ມິດ​ຕະພາບ ອັງກິດ ຫວຽດນາມ, ທ່ານ Len Aldis ​ໄດ້​ຮຽກຮ້ອງ​ໃຫ້ ຝ່າຍ​ຈີນ ຈົ່ງ​ຖອນ​ຮ້ານ​ເຈາະ​ນ້ຳມັນ​ກໍ​ຄື​ບັນດາ​ກຳ​ປັ່ນ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ. ທ່ານ Aldis ສະ​ແດງ​ຄວາມ​ປາດ​ຖະຫນາ​ວ່າ ລັດຖະບານ ຈີນ ຈະ​ມີ​ຄຳ​ຕອບ​ຕໍ່ຄຳ​ຮຽກຮ້ອງຂອງ​ປະຊາ​ຄົມ​ໂລກ, ​ເຄົາລົບ​ອະທິປະ​ໄຕທະ​ເລ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ