ເລຂາທິການໃຫຍ່ສະຫະປະຊາຊາດກ່າວປະນາມເຫດລອບສັງຫານແນໃສ່ກໍ່ລັດຖະປະຫານຢູ່ ເອທີໂອປີ

(VOVWORLD) - ວັນທີ 23 ມິຖຸນາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາເຫດລອບສັງຫານອັນນອງເລືອດທີ່ເກີດຂຶ້ນໃນທ້າຍອາທິດຜ່ານມາ ເຮັດໃຫ້ເຈົ້າໜ້າທີ່ຂັ້ນສູງຂອງ ເອທີໂອປີ 4 ຄົນເສຍຊີວິດ. 
ເລຂາທິການໃຫຍ່ສະຫະປະຊາຊາດກ່າວປະນາມເຫດລອບສັງຫານແນໃສ່ກໍ່ລັດຖະປະຫານຢູ່ ເອທີໂອປີ - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres (ພາບ: THX/TTXVN)

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຮຽກຮ້ອງບັນດາຝ່າຍຢູ່ ເອທີໂອປີ ຈົ່ງລະງັບໃຈ, ສະກັດກັ້ນການປະທະກັນ ແລະ ຫຼີກລ້ຽງບັນດາການກະທຳທີ່ກໍ່ຜົນສະທ້ອນຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງປະເທດ ອາຟຣິກາ ນີ້.

        ສານດັ່ງກ່າວໄດ້ຍົກອອກມາໃນຂະນະທີ່ໃນວັນທີ 22 ມິຖຸນາ, ທ່ານ Ambachew Mekonnen ຜູ້ນຳໜ້າອຳນາດການປົກຄອງເຂດ Amhara, ທາງທິດເໜືອນະຄອນຫລວງ Addis Ababa ແລະ ທີ່ປຶກສາຂັ້ນສູງຂອງທ່ານຖືກຍິງເສຍຊີວິດ. ແລະກໍ່ໃນວັນດຽວກັນ, ທ່ານ Seare Mekonnen ເສນາທິການໃຫຍ່ກອງທັບປະເທດນີ້ ແລະ ເຈົ້າໜ້າທີ່ທ່ານໜຶ່ງກໍ່ຖືກລອບສັງຫານໃນເຫດກໍ່ລັດຖະປະຫານທີ່ປະຊາໄຊ. ປັດຈຸບັນ, ລັດຖະບານ ເອທີໂອປີ ຄວບຄຸມສະພາບການດັ່ງກ່າວໄວ້ໄດ້. ທ່ານນາຍົກລັດຖະມົນຕີ ເອທີໂອປີ ໄດ້ຮຽກຮ້ອງໃຫ້ປະຊາຊົນ ເອທີໂອປີ ຈົ່ງສ້າງຄວາມສາມັກຄີກັນ.

ຕອບກັບ

ຂ່າວ/ບົດ​ອື່ນ