ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບເອກອັກຄະລັດຖະທູດລາວ

ເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບເອກອັກຄະລັດຖະທູດລາວ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່​ ຫງວຽນ​ຟູ​ຈ້ອງ ​ຕ້ອນຮັບ​
ທ່ານ​ເອກ​ອັກຄະ​ລັດຖະທູດ ລາວ ທອງ​ສະ​ຫວັນ ພົມ​ວິ​ຫານ
(ພາບ: TTXVN)

(vovworld) – ​ ​ ​ໃນ​ຕອນ​ບ່າຍ​ວັນ​ທີ 26/11, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ລາວ ທອງ​ສະ​ຫວັນ ພົມ​ວິ​ຫານ ​ເຂົ້າ​ຢ້ຽມ​ຂ່ຳນັບ ​ເນື່ອງ​ໃນ​ໂອກາດຮັບ​ໜ້າ​ທີ່​ປະຕິບັດ​ງານທາງການ​ທູດ​ຢູ່ ຫວຽດນາມ.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເຊື່ອ​ໝັ້ນ​ວ່າ: ທ່ານ​ເອກ​ອັກຄະ​ລັດຖະທູດ ຈະ​ສຳ​ເລັດ​ໜ້າ​ທີ່ ຊຶ່ງ​ພັກ, ລັດ ​ແລະ ປະຊາຊົນ ລາວ ມອບ​ໝາຍໃຫ້ໄດ້​ເປັນ​ຢ່າງ​ດີ​ເດັ່ນ, ປະກອບສ່ວນ​ປັບ​ປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ນັບ​ມື້​ນັບ​ພັດທະນາ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ປາດ​ຖະໜາ​ວ່າ: ທ່ານ​ເອກ​ອັກຄະ​ລັດຖະທູດ​ຈະ​ສືບ​ຕໍ່​ເປັນ​ຂົວ​ຕໍ່​ສຳຄັນ​ຊ່ວຍ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ທ້ອງ​ຖິ່ນ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ, ຊ່ວຍ​ເຫຼືອ​​ເຊິ່ງກັນ ​ແລະ ກັນ, ພ້ອມ​ກັນ​ພັດທະນາ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ທອງ​ສະ​ຫວັນ ພົມ​ວິ​ຫານ ສະ​ແດງ​ຄວາມ​ພາກພູມ​ໃຈ​ກ່ຽວ​ກັບ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ​ ​ໄດ້ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ; ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ສະໜັບສະໜູນ​ຊ່ວຍ​ເຫຼືອ​ອັນ​ຍິ່ງ​ໃຫຍ່, ມີ​ປະສິດທິ​ຜົນ, ທັນ​ການ ​ເຊິ່ງ ຫວຽດນາມ ​ໄດ້​ສະຫງວນ​ໃຫ້​ແກ່ ລາວ​ ນັບ​ແຕ່​ກ່ອນມາ​ຮອດ​ປະຈຸ​ບັນ. ທ່ານ​ເອກ​ອັກ​ຄະ​ລັດຖະທູດ ກໍ​ຢືນຢັນ​ວ່າ: ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ - ຫວຽດນາມ ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ