ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ - ảnh 1
(ພາບປະກອບຈາກTTXVN)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 2/9, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະ​ຫຼອງວັນຊາດ 2/9 ​ແລະ 45 ປີ​ແຫ່ງ​ວັນ​ປະຕິບັດພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້ ຖະຫວາຍ​ທູບ​ທຽນ​ຢູ່​ເຮືອນ​ເລ​ກ​ທີ 67 ​ໃນ​ເຂດ​ປູ​ຊະ​ນິຍະສະ​ຖານ​ປະທານ​ໂຮ່ຈີ​ມິນ, ບ່ອນ​ທີ່​ປະທານ ​ໂຮ່ຈີ​ມິນ ​ເຖິງ​ແກ່​ມໍລະນະ​ກຳ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ:

    “​​ເພີ່ນ​ໄດ້​ປະ​ໄວ້​ໃຫ້​ພວກ​ເຮົາ​ມໍລະດົກ, ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ເຊິ່ງສະ​ແດງ​ອອກ​ໃນ 3 ​ແງ່​ມູມ. ທີ່​ໜຶ່ງ​​ແມ່ນ​ແນວ​ຄິດ ​ໂຮ່ຈີ​ມິນ. ທີສອງ​ແມ່ນ​ພາ​ລະ​ກິດ ​ໂຮ່ຈີ​ມິນ. ທີສາມ​ແມ່ນ​ສະ​ໄໝ ​ໂຮ່ຈີ​ມິນ. ພວກ​ເຮົາ​ໄດ້​ສືບ​ທອດ​ຊັບ​ສົມບັດ, ສະ​ໄໝ ​ໂຮ່ຈີ​ມິນ​ທີ່​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ​ຂອງ​ຊາດ. ດັ່ງ​ນັ້ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ເຮົາ, ລຸ້ນຄົນ​ປະຈຸ​ບັນ ​ແລະ ລຸ້ນຄົນ​ຕໍ່​ໆໄປ​ຕ້ອງ​ຮັກສາ, ປົກ​ປ້ອງມໍລະດົກ, ຊັບ​ສົບ​ບັດ​ອັນ​ລ້ຳ​ຄ່າ​ນີ້, ຕ້ອງ​ສືບ​ທອດ, ​ເສີມຂະຫຍາຍ, ພັດທະນາ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ນັ້ນ ​ແລະ ຕ້ອງ​ປະຕິບັດ​ບັນດາ​ຄຳ​ສັ່ງສອນ​ຂອງ​ເພີ່ນ​ໃຫ້​ໄດ້.”

 



ຂ່າວ/ບົດ​ອື່ນ