ເລຂາທິການໃຫຍ່ຫງວຽນຟຸຈ້ອງລົງຢ້ຽມຢາມແລະເຮັດວຽກຢູ່ແຂວງຟຸອຽນ

ເລຂາທິການໃຫຍ່ຫງວຽນຟຸຈ້ອງລົງຢ້ຽມຢາມແລະເຮັດວຽກຢູ່ແຂວງຟຸອຽນ - ảnh 1
(ທ່ານ​ເລຂາທິການ​ໃຫຍ່  ຫວຽດນາມ ຫງວຽນຟຸຈ້ອງ
​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຟຸອຽນ)

(vovworld) – ວັນ​ທີ 03/05, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຫງວຽນຟຸຈ້ອງ ​​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຟຸອຽນ. ຕອນ​ບ່າຍ​ວັນ​ທີ 03/05 ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ພັກ​ແຂວງ ​ແລະ ພະນັກງານ​ຫຼັກ​ແຫຼ່ງ​ແຂວງ ຟຸອຽນ. ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າ​ວັນ​ທີ 03/05 ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ລົງ​ຢ້ຽມຢາມ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ຕາ​ແສງ ​ເຊີນ​ຮ່າ, ​ເມືອງພູດ​ອຍ ​ເຊີນ​ຮ່ວາ ​ເຊ່ງ​ແມ່ນ​ທ້ອງ​ຖິ່ນ​ພູດ​ອຍທີ່​ຍັງ​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ປິ​ຕິ​ຊົມ​ຊື່​ນຕໍ່​ບັນດາ​ການປ່ຽນ​ແປງ​ຢູ່​ຕາ​ແສງ ​ເຊີນ​ຮ່າ ​ແລະ 13 ຕາ​ແສງອື່ນໆ​ຂອງ​ເມືອງ​ພູດ​ອຍ ​ເຊີນ​ຮ່ວາ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຖື​ວ່າ: ຄວາມ​ສາມາ​ດບົ່​ມຊ້ອນ​ໃນ​ການ​ພັດທະນາ​ຍັງ​ໃຫຍ່​ຫລວ​ງຢູ່. ຕາ​ແສງ ​ແລະ ​ເມືອງ​ຕ້ອງ​ສືບ​ຕໍ່​ພັດທະນາ​ຊົນນະບົດ​ໃໝ່​ໃຫ້​​ແຂງ​ແຮງກ່ວາ​ອີກ, ກວດກາ​ແຜນກຳນົດ​ພັດທະນາ​ຢ່າງລຽນຕິດ, ປັງ​ປຸງ​ກົນ​ໄກ​ເສດຖະກິດ​ໃຫ້​ເໝາະ​ສົມ, ພ້ອມ​ກັນ​ນັ້ນ ຕ້ອງ​ສືບ​ຕໍ່​ຍົກ​ສູງ​ການ​ປູກປ່າ, ຮັບປະກັນ​ ​ພັດທະນາ​ແບບ​ຍືນ​ຍົງ, ຮັກສາ​ປ່າ, ຮັກສາ​ແຫຼ່ງນ້ຳ. ທ່ານ​ເລຂາທິການ​ໃຫຍ່ ຊົມ​ເຊີຍ​ພະນັກງານ, ສະມາຊິກ​ພັກ​ໃນ​ຕາ​ແສງຕັ້ງໜ້າ​​ໄດ້ເຂົ້າ​ຮ່ວມ​ວຽກ​ງານ​ລົບ​ລ້າງ​ຄວາມ​ອິດ​ຫຶ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ, ນຳ​ອັດ​ຕາ​ຄອບຄົວ​ທີ່ທຸກ​ຍາກ​ຫລຸດ​ລົງຍັງ​ເຫຼືອພຽງ​ປະມານ 4%.

        ທ່ານ​ເລຂາ​ທິການ​ໃຫຍ່ ຕັກ​ເຕືອນ​ອົງຄະ​ນະ​ພັກ​ຕາ​ແສງ ​ເຊີນ​ຮ່າ ​ແລະ ​ເມືອງ ​ເຊີນ​ຮ່ວາ ​ເອົາ​ໃຈ​ໃສ່​​ເຖິງ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ​້າງລະບົບ​ການ​ເມືອງ; ສືບ​ຕໍ່​ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ກ່ຽວ​ກັບການ​ກໍ່ສ້າງ​ພັກ​ຢ່າງຂ້ຽວຂາດ, ຢືດໝັ້ນ ​ແລະ ຍາວ​ນາມ​ເປັນຢ່າງ​ດີ.

ຂ່າວ/ບົດ​ອື່ນ