ເລີ່ມ​ຈັດ​ການ​ແຂ່ງ​ຂັນ​​ເຕະ​ບານຊີງຂັນ AFF Cup 2022

(VOVWORLD) -  AFF Cup 2022 ໄດ້ດຳເນີນແຕ່ວັນທີ 20 ທັນວາ ຫາວັນທີ 15 ມັງກອນ 2023 ຈຶ່ງອັດລົງ. ງານແຂ່ງຂັນດັ່ງກ່າວມີທັງໝົດ 10 ທິມທີ່ມາຈາກບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ແບ່ງເປັນ 2 ສາຍ, ແຕ່ລະສາຍມີ 5 ທິມ. 
ເລີ່ມ​ຈັດ​ການ​ແຂ່ງ​ຂັນ​​ເຕະ​ບານຊີງຂັນ AFF Cup 2022 - ảnh 1ປະເທດເຈົ້າພາບ ກຳປູເຈຍ ຍາດໄດ້ໄຊຊະນະຕໍ່ຟີລິບປິນດ້ວຍ 3 ປະຕູ ຕໍ່ 2 (ພາບ: sggp.org.vn)

ຕອນຄ່ຳວັນທີ 20 ທັນວາ, ໃນການແຂ່ງຂັນນັດທຳອິດ ຂອງມື້ໄຂງານແຂ່ງຂັນເຕະບານຊີງລາງວັນຊະນະເລີດ ອາຊີຕາເວັນອອກສ່ຽງໃຕ້ (AFF Cup 2022) ຖືກດຳເນີນຢູ່ສະໜາມກິລາ Morodok Techo (ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ) ຂອງສາຍ A, ປະເທດເຈົ້າພາບ ກຳປູເຈຍ ຍາດໄດ້ໄຊຊະນະຕໍ່ຟີລິບປິນດ້ວຍ 3 ປະຕູ ຕໍ່ 2. ໃນນັດແຂ່ງຂັນທີ 2 ທີ່ດຳເນີນຢູ່ສະໜາມກິລາ Kuala Lumpur ປະເທດ ມາເລເຊຍ, ທິມຄອງແຊັມ ໄທ - ກໍ່ເອົາຊະນະຕໍ່ ບຣູໄນ ດ້ວຍ 5 ປະຕູຕໍ່ 0.

        AFF Cup 2022 ໄດ້ດຳເນີນແຕ່ວັນທີ 20 ທັນວາ ຫາວັນທີ 15 ມັງກອນ 2023 ຈຶ່ງອັດລົງ. ງານແຂ່ງຂັນດັ່ງກ່າວມີທັງໝົດ 10 ທິມທີ່ມາຈາກບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ເຊິ່ງໄດ້ແບ່ງເປັນ 2 ສາຍ, ແຕ່ລະສາຍມີ 5 ທິມ. ທິມບານເຕະແຫ່ງຊາດ ຫວຽດນາມ ຢູ່ສາຍ B ພ້ອມກັບທິມ ມາເລເຊຍ, ສິງກະໂປ, ມຽນມາ ແລະ ລາວ. ສາຍ A  ລວມມີ ໄທ, ອິນໂດເນເຊຍ, ຟີລິບປິນ, ກຳປູເຈຍ ແລະ ບຣູໄນ.

        ທິມບານເຕະແຫ່ງຊາດ ຫວຽດນາມ ຈະແຂ່ງຂັນ 2 ນັດຢູ່ເດີ່ນໂຕເອງກັບ ມາເລເຊຍ ໃນວັນທີ 27 ທັນວາ ແລະ ມຽນມາ ໃນວັນທີ 3 ມັງກອນ 2023, ຈະເປັນແຂກໄປຢາມເຕະກັບທິມຊາດລາວ ຢູ່ສະໜາມກິລາແຫ່ງຊາດລາວ ໃນວັນທີ 21 ທັນວາ 2022 ແລະ ສິງກະໂປ ໃນວັນທີ 30 ທັນວາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ