ເລີ່ມດໍາເນີນໂຄງການລ້າງທາດພິດ ດີໂອຊີນ ຢູ່ເຂດສະໜາມບິນ ບຽນຮວ່າ

(VOVWORLD) -        ໂຄງການລ້າງທາດພິດ ດີໂອຊີນ ຢູ່ເຂດສະໜາມບິນ ບຽນຮວ່າ ເລີ່ມດໍາເນີນໃນຕອນເຊົ້າວັນທີ 20 ເມສາ.
ເລີ່ມດໍາເນີນໂຄງການລ້າງທາດພິດ ດີໂອຊີນ ຢູ່ເຂດສະໜາມບິນ ບຽນຮວ່າ - ảnh 1ທ່ານພົນໂທ ຫງວຽນຈີິ໊ວິ້ງ ແລະ ທ່ານ ສະມາຊິກສະພາສູງ ອາເມລິກາ Patrick Leahy (ພາບ: tuoitre.vn)

ກ່າວຄໍາເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮວ່າບິ່ງ ຮຽກຮ້ອງໃຫ້ສອງຝ່າຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນການປະຕິບັດໂຄງການດັ່ງກ່າວ ໃຫ້ມີຄຸນນະພາບ, ປະສິດທິຜົນ, ຖືກຕ້ອງຕາມຄວາມຄືບໜ້າ ແລະ ຮັບປະກັນຄວາມປອດໄພທາງດ້ານສຸຂະພາບໃຫ້ແກ່ປະຊາຊົນ.

        ໂຄງການດັ່ງກ່າວ ສະແດງໃຫ້ເຫັນຢ່າງຈະແຈ້ງ ຄວາມສໍາຄັນຂອງບັນດາຄວາມມານະພະຍາຍາມລວມລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນການເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ເລິກເຊ່ິງຂຶ້ນຕື່ມ. ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າມີຄວາມເປັນກຽດທີ່ສຸດທີ່ໄດ້ມີໜ້າເຂົ້າຮ່ວມໃນມື້ນີ້, ດ້ວຍການໜູນຊ່ວຍ ແລະ ຊີ້ນໍາຂອງທ່ານສະມາຊິກສະພາສູງ ອາເມລິກາ Patrick Leahy ກໍຄື ສະມາຊິກສະພາສູງອື່ນອີກ 8 ຄົນ ຂ້າພະເຈົ້າ ເຊື່ອໝັ້ນວ່າ ໂຄງການລ້າງທາດພິດ ດີໂອຊີນ ຢູ່ສະໜາມບິນ ບຽນຮວ່າ ຈະດໍາເນີນໄປດ້ວຍດີ ແລະ ປະສົບຜົນສໍາເລັດ”.

        ແລະ ກໍໃນຕອນເຊົ້າວັນທີ 20 ເມສາ, ອົງການພັດທະນາສາກົນ ອາເມລິກາ (USAID) ແລະ ຫ້ອງການອົງການປະຈໍາການ  ຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະ ທາດພິດເຄມີ ພາຍຫຼັງສົງຄາມ ປະຈໍາຫວຽດນາມ (ຫ້ອງການ 701) ໄດ້ລົງນາມໃນບົດບັນທຶກຮັບຮູ້ເຈດຈໍານົງ ດ້ວຍ ເປົ້າໝາຍ ປົວແປງຄຸນນະພາບຊີວິດການເປັນຢູ່ຂອງຄົນພິການ ຢູ່ 7 ແຂວງເປົ້າໝາຍຂອງຫວຽດນາມ ຄື: ກວາງຈິ, ເທື່ອທຽນເຫ້ວ, ກວ໋າງນາມ, ບິ່ງດິ້ງ, ດົ່ງນາຍ, ບິ່ງເຟືອກ  ແລະ ເຕີຍນິງ. 

ຕອບກັບ

ຂ່າວ/ບົດ​ອື່ນ