ເລີ່ມດຳເນີນບັນດາລາຍການໃຫ້ຄຳປຶກສາ, ໜູນຊ່ວຍວິສາຫະກິດ ຫວຽດນາມ ກ່ຽວກັບຕະຫຼາດສົ່ງອອກ-ນຳເຂົ້ານັບແຕ່ວັນທີ 19 ພະຈິກ ປີ 2021

(VOVWORLD) -ສຳລັບບັນດາຫົວໜ່ວຍທີ່ມີໜ້າທີ່ຂຶ້ນກັບກະຊວງ ຄວນສືບຕໍ່ແລກປ່ຽນ, ກຳແໜ້ນຄວາມຕ້ອງການສະໜອງຂໍ້ມູນຕະຫຼາດສົ່ງອອກ-ນຳເຂົ້າຂອງບັນດາວິສາຫະກິດ ຫວຽດນາມ
ເລີ່ມດຳເນີນບັນດາລາຍການໃຫ້ຄຳປຶກສາ, ໜູນຊ່ວຍວິສາຫະກິດ ຫວຽດນາມ ກ່ຽວກັບຕະຫຼາດສົ່ງອອກ-ນຳເຂົ້ານັບແຕ່ວັນທີ 19 ພະຈິກ ປີ 2021 - ảnh 1ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ພ້ອມກັບຜູ້ຕາງໜ້າຫົວໜ່ວຍທີ່ມີໜ້າທີ່ ໄດ້ກົດປຸ່ມເລີ່ມເຄື່ອນໄຫວລາຍການ
(ພາບ: VGP)

ຕອນຄ່ຳວັນທີ 18 ພະຈິກ, ພາຍໃຕ້ການເປັນສັກຂີພິຍານຂອງບັນດາອົງການການຄ້າ ຫວຽດນາມ ປະຈຳຕ່າງປະເທດ ແລະ ທ້ອງຖິ່ນຕ່າງໆຢູ່ສະຖານທີ່ເຊື່ອມຕໍ່ໃນທົ່ວປະເທດ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ພ້ອມກັບຜູ້ຕາງໜ້າຫົວໜ່ວຍທີ່ມີໜ້າທີ່ ໄດ້ກົດປຸ່ມເລີ່ມເຄື່ອນໄຫວບັນດາລາຍການໃຫ້ຄຳປຶກສາ, ສະໜອງຂໍ້ມູນໃຫ້ແກ່ທ້ອງຖິ່ນ, ສະຫະສະມາຄົມ, ວິສາຫະກິດ ຫວຽດນາມ ກ່ຽວກັບຕະຫຼາດສົ່ງອອກ-ນຳເຂົ້າ. ລາຍການດັ່ງກ່າວຈະໄດ້ ຜັນຂະຫຍາຍແຕ່ວັນທີ 19 ພະຈິກ ຫາວັນທີ 30 ທັນວາ.

        ລາຍການໃຫ້ຄຳປຶກສາຈະສຸມໃສ່ 3 ກຸ່ມເນື້ອໃນຕົ້ນຕໍ, ນັ້ນແມ່ນ: ສະໜອງຂໍ້ມູນ, ອັບເດດກ່ຽວກັບບັນດາຂໍ້ກຳນົດ, ມາດຕະຖານ, ເງື່ອນໄຂສົ່ງອອກ-ນຳເຂົ້າຂອງບັນດາປະເທດໃນໂລກ; ໃຫ້ຄຳປຶກສາ, ຕອບບັນຫາທີ່ກ່ຽວຂ້ອງເຖິງການສົ່ງອອກ-ນຳເຂົ້າສິນຄ້າ; ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ຟື້ນຟູການຜະລິດ, ຍູ້ແຮງການນຳເຂົ້າຮັບໃຊ້ການຜະລິດສິນຄ້າສົ່ງອອກ. ກ່າວຄຳເຫັນຊີ້ນຳທີ່ພິທີ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ, ໃຫ້ຮູ້ວ່າ:

        “ສຳລັບບັນດາຫົວໜ່ວຍທີ່ມີໜ້າທີ່ຂຶ້ນກັບກະຊວງ ຄວນສືບຕໍ່ແລກປ່ຽນ, ກຳແໜ້ນຄວາມຕ້ອງການສະໜອງຂໍ້ມູນຕະຫຼາດສົ່ງອອກ-ນຳເຂົ້າຂອງບັນດາວິສາຫະກິດ ຫວຽດນາມ, ໂດຍສະເພາະແມ່ນຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການສຳພັດກັບຕະຫຼາດສົ່ງອອກ, ພັດທະນາຕະຫຼາດຂອງວິສາຫະກິດ ເພື່ອສັ່ງຊື້ສິນຄ້າໃຫ້ບັນດາອົງການການຄ້າ ຫວຽດນາມ ປະຈຳຕ່າງປະເທດ. ບັນດານັກຊ່ຽວຊານໃຫ້ຄຳປຶກສາຢູ່ພາຍໃນ ແລະ ຕ່າງປະເທດພ້ອມກັນຊອກຫາຄຳຕອບ, ຄຳແນະນຳ ແລະ ສະເໜີມາດຕະການແກ້ໄຂຢ່າງລະອຽດໃຫ້ວິສາຫະກິດ; ຍູ້ແຮງວຽກງານສະໜອງຂໍ້ມູນຂ່າວສານການຄາດຄະເນກ່ຽວກັບບັນດາຕະຫຼາດສົ່ງອອກ-ນຳເຂົ້າ; ສ້າງ ແລະ ຜັນຂະຫຍາຍໂຄງການສົ່ງເສີມການຄ້າ ເພື່ອແນໃສ່ໜູນຊ່ວຍການສົ່ງເສີມການສົ່ງອອກ, ພັດທະນາຕະຫຼາດໃນສະພາບການປະຈຸບັນ…”

        ໃນໄລຍະຈະມາເຖິງ, ລາຍການດັ່ງກ່າວຈະສືບຕໍ່ໄດ້ຈັດຕັ້ງຂຶ້ນເປັນປະຈຳປີດ້ວຍຮູບແບບໂດຍກົງສົມທົບກັບທາງອອນລາຍໃນທຸກຕະຫຼາດສົ່ງອອກ- ນຳເຂົ້າ ເຊິ່ງແມ່ນຄູ່ຮ່ວມມືການຄ້າຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ