ເລີ່ມ​ດຳ​ເນີນ​ບັ້ນ​ເຄື່ອນ​ໄຫວ​ຊົ່ວ​ໂມງ​​ໜ່ວຍໂລກ​ປີ 2022

(VOVWORLD) -ວັນທີ 13 ມີນາ ຢູ່ຫໍວັດທະນະທຳ ຊາວໜຸ່ມນະຄອນ ໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດລາຍການຖີບລົດຖີບເປີດສາກບັ້ນເຄື່ອນໄຫວຊົ່ວໂມງໜ່ວຍໂລກປີ 2022, ດ້ວຍການເຂົ້າຮ່ວມຂອງຊາວໜຸ່ມອາສາສະໝັກກວ່າ 300 ຄົນ. ຊື່ງໄດ້ພ້ອມກັນຖີບລົດຖີບ ແລະ ເຂົ້າຮ່ວມບາງສິ່ງທ້າທາຍຢູ່ສະຖານທີ່ປະຫວັດສາດ, ບັນດາກິດຈະກຳສຳຄັນຂອງນະຄອນ ແນໃສ່ດຶງດູດຄວາມສົນໃຈຈາກປະຊາຊົນ ກ່ຽວກັບບັ້ນເຄື່ອນໄຫວຊົ່ວໂມງໜ່ວຍໂລກ ປີ 2022.  
ເລີ່ມ​ດຳ​ເນີນ​ບັ້ນ​ເຄື່ອນ​ໄຫວ​ຊົ່ວ​ໂມງ​​ໜ່ວຍໂລກ​ປີ 2022 - ảnh 1ລາຍການຖີບລົດຖີບເປີດສາກບັ້ນເຄື່ອນໄຫວຊົ່ວໂມງໜ່ວຍໂລກປີ 2022 (ພາບ: TTXVN)

ເຢືອງກວັກຈູງ, ຊາວໜຸ່ມອາສາສະໝັກ ເຂົ້າຮ່ວມເຫດການນີ້ ແບ່ງປັນວ່າ:

ນ້ອງໄດ້ເຂົ້າຮ່ວມການເຄື່ອນໄຫວ ຊົ່ວໂມງໜ່ວຍໂລກ ໄດ້ 7 ປີແລ້ວ. ນັບແຕ່ວັນທຳອິດທີ່ເຂົ້າຮ່ວມມາຮອດປັດຈຸບັນ, ນ້ອງເຫັນວ່າ ຊາວໜຸ່ມມີສະຕິກວ່າໃນການປົກປັກຮັກສິ່ງແວດລ້ອມ, ປະຢັດໄຟຟ້າ ແລະ ນ້ຳໃຈນັ້ນກໍໄດ້ແຜ່ຂະຫຍາຍສູ່ຜູ້ທີ່ຢູ່ອ້ອມຂ້າງນຳອີກ”.

ພາຍຫຼັງການເຄື່ອນໄຫວຖີບລົບຖີບ, ຄະນະຈັດຕັ້ງບັ້ນເຄື່ອນໄຫວຊົ່ວໂມງໜ່ວຍໂລກປີ 2022 ຢູ່ນະຄອນ ໂຮ່ຈີມິນ ຈະຜັນຂະຫຍາຍໂຄງການ, ການເຄື່ອນໄຫວຕ່າງໆໃນຂອບເຂດຂອງລາຍການນັບແຕ່ນີ້ຮອດທ້າຍເດືອນມີນາ 2022 ຕາມລຳດັບ. ພົ້ນເດັ່ນແມ່ນການເຄື່ອນໄຫວ “ເພີ່ມສີຂຽວ” ຈັດການປູກຕົ້ນໄມ້ຢູ່ແຄມທາງ, ລຽບຕາມຄອງເໝືອງ, ແຄມແມ່ນ້ຳຢູ່ເຂດຊານເມືອງນະຄອນ; ບົວລະບັດ ແລະ ປັກປັກຮັກສາປ່າຢູ່ໃຕ້ນ້ຳເຄັມ…

ຕອບກັບ

ຂ່າວ/ບົດ​ອື່ນ