ເລີ່ມດຳເນີນຮອບເຈລະຈາໃໝ່ລະຫວ່າງອີຣານ ແລະ ກຸ່ມ P5+1

ເລີ່ມດຳເນີນຮອບເຈລະຈາໃໝ່ລະຫວ່າງອີຣານ ແລະ ກຸ່ມ P5+1 - ảnh 1
ເລີ່​ມດຳ​ເນີນຮອບ​ເຈລະຈາ​ໃໝ່​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1
(ພາບ: bbc)


(vovworld) – ວັນ​ທີ 18/01, ຢູ່​ນະຄອນ ​ເຊີ​ແນວ, ປະ​ເທດ​ສະວິດ, ຜູ້ຕາງ​ໜ້າ​ຂອງ​ອີຣານ ​ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດກຳມະການ​ປະຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊ ແມ່ນ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ​ເລີ່​ມຕົ້ນ​ຮອບ​ເຈລະຈາ​ໃໝ່ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປ​ະ​ເທດ ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ. ຮອບ​ເຈລະຈາ​ດຳ​ເນີນ​ໄປ​ພຽງ​ໃນ​ວັນ​ທີ 18/01 ​ແລ​ະ ​ເລີ່​ມຕົ້ນ​ດ້ວຍ​ການ​ສະຫຼຸບ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ຈາກ​​ການ​ພົບ​ປະ 2 ຝ່າຍ​ໃນ​ 2 ວັນ​ຜ່ານ​ມາ​ລະຫວ່າງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Mohammad Javad Zarif ​ແລະ ຜູ້ຮ່ວມຕໍ່າ​ແໜ່​ງ​ໃນ​ກຸ່ມ P5+1. ຄາ​ດວ່າ, ​ໃນ​ຂອບ​ເຂດ​ການ​ພົບ​ປະເຈລະຈາ​ກໍ່​ດຳ​ເນີນບັນດາ​ການ​ເຈລະຈາ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ.

        ອີຣານ ​ແລະ ກຸ່ມ P5+1 ​ເຫັນ​ດີ​ຮອດ​ທ້າຍ​​ເດືອນ 03/2015 ຈະ​ບັນລຸ​ໄດ້ກອບ​ຂໍ້​ຕົກລົງ, ຫຼັງ​ຈາກ​ນັ້ນ​ດຳ​ເນີນ​ການ​ປຶກສາ​ຫາລື​ບັນດາ​ຂໍ້​ມາດຕາ​ລະອຽດ​ຂອງ​ຂໍ້​ຕົກລົງ​​ໃນ​ຮອບ​ເວລາ 3 ​ເດືອນ​ຕໍ່​ໄປ​ກ່ອນ​ກຳນົດ​​ເວລາສຸດ​ທ້າຍ​. ​ແຕ່​ຜ່ານ​ກາ​ນ​ເຈລະຈາ​ຫຼາຍ​ຄັ້ງ ​2 ຝ່າຍ​ຍັງ​ບໍ່​ທັນ​ແກ້​ໄຂ​ໄດ້​ຄວາມ​ບໍ່​ລົງ​ລອຍ​ກັນ​ຕົ້ນ​ຕໍ​ກ່ຽວ​ກັບ​ເລື່ອງ​ຮຽກຮ້​​ອງຝ່າຍ​ຕາ​ເວັນ​ຕົກຜ່ອນຄາຍບັນດາ​ມາດ​ຕະການ​ລົງ​ໂທດ​ດ້ານ​ເສດຖະກິດ ​ແລະ ອີ​ຣານ ຢຸດຕິ​ລາຍການ​ເສີມ​ທາດ​ອູຣານີ ​​ລະດັບ​ສູງ.

ຂ່າວ/ບົດ​ອື່ນ