ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເກຼັກ ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -   ທ່ານນາງປະທານາທິບໍດີ ເກຼັກ Katerina Sekallaropoulou ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນກທາງການຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ. ການຢ້ຽມຢາມຈະດຳເນີນໃນລະຫວ່າງວັນທີ 15 – 19 ພຶດສະພາ.
ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເກຼັກ ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາງປະທານາທາບໍດີ ເກຼັກ Katerina Sekallaropoulou ມາຮອດຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນກທາງການ (ພາບ: TTXVN)

ຕາມແຜນການ, ທ່ານນາງປະທານາທາບໍດີ ເກຼັກ Katerina Sekallaropoulou ຈະໄປວາງພວງມາລາຢູ່ອະນຸສາວາລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ວາງພວງມາລາ ແລະ ຄຳນັບສານປະທານໂຮ່ຈີມິນ, ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະ ພົບປະເຈລະຈາກັບທ່ານປະທານປະເທດ ຫງວຽນຊວັນຟຸກ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ພົບປະກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ເຂົ້າຮ່ວມພິທີລົງນາມເອກະສານ ແລະ ພົບປະກັບສື່ມວນຊົນ; ເຂົ້າຢ້ຽມຊົມວັນມຽວ ແລະ ບາງເຫດການຢູ່ທ້ອງຖິ່ນ.

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາງປະທານາທິບໍດີ Katerina Sekallaropoulou ໄດ້ດຳເນີນໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດພວມມີການພັດທະນາຢ່າງດີງາມ. ການຢ້ຽມຢາມຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືໃນຫຼາຍດ້ານຄືການເມືອງ - ການຕ່າງປະເທດ, ເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ…ເລິກເຊິ່ງກ່ວາອີກ, ນຳການພົວພັນສອງຝ່າຍເຂົ້າສູ່ລວງເລິກ, ແທ້ຈິງກ່ວາ.


ຕອບກັບ

ຂ່າວ/ບົດ​ອື່ນ