ເລີ່ມນຳເຂດທົ່ງນາມີຄຸນນະພາບສູງ, ປ່ອຍອາຍພິດຕ່ຳ 1 ລ້ານເຮັກຕາເຂົ້າເຄື່ອນໄຫວ

(VOVWORLD) - ການຜັນຂະຫຍາຍຮູບແບບນີ້ຢູ່ ເກີນເທີ ມີຄວາມໝາຍສຳຄັນໃນການກຳນົດທິດຫັນປ່ຽນຮູບແບບທຳການຜະລິດເຂົ້າແບບຍືນຍົງ, ສ້າງ, ພັດທະນາບັນດາເຂດວັດຖຸລວມສູນທີ່ມີຂອບຂະໜາດໃຫຍ່
ເລີ່ມນຳເຂດທົ່ງນາມີຄຸນນະພາບສູງ, ປ່ອຍອາຍພິດຕ່ຳ 1 ລ້ານເຮັກຕາເຂົ້າເຄື່ອນໄຫວ - ảnh 1(ທ່ານ ຫງວຽນງອັກແຮ່, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີນເທີ)

        ວັນທີ 05 ເມສາ, ຢູ່ສະຫະກອນ ທ້ວນຕຽນ, ຕາແສງ ແທ້ງອານ, ເມືອງ ວິງແທ້ງ, ນະຄອນ ເກີນເທີ, ໄດ້ຈັດພິທີເລີ່ມນຳເຂດທົ່ງນາທີ່ມີຄຸນນະພາບສູງ, ປ່ອຍອາຍພິດຕ່ຳ 1 ລ້ານເຮັກຕາເຂົ້າເຄື່ອນໄຫວ.

        ການຜັນຂະຫຍາຍຮູບແບບນີ້ຢູ່ ເກີນເທີ ມີຄວາມໝາຍສຳຄັນໃນການກຳນົດທິດຫັນປ່ຽນຮູບແບບທຳການຜະລິດເຂົ້າແບບຍືນຍົງ, ສ້າງ, ພັດທະນາບັນດາເຂດວັດຖຸລວມສູນທີ່ມີຂອບຂະໜາດໃຫຍ່, ມີສະຖຽນລະພາບ, ຍາວນານ, ຮັບປະກັນຄຸນນະພາບການຜະລິດກະສິກຳແບບຍືນຍົງ, ບັນລຸປະສິດທິຜົນ ແລະ ຫຼຸດຜ່ອນມົນລະພິດຕໍ່ສິ່ງແວດລ້ອມ. ທ່ານ ຫງວຽນງອັກແຮ່, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີນເທີ, ໃຫ້ຮູ້ວ່າ:

        “ນະຄອນ ເກີນເທີ ໃຫ້ຄຳໝັ້ນສັນຍາ, ມານະພະຍາຍາມສູ້ຊົນປະຕິບັດແຜນຮ່າງ 1 ລ້ານເຮັກຕາ ປູກເຂົ້າກະເສດສຸມມີຄຸນນະພາບສູງ, ຫຼຸດຜ່ອນການປ່ອຍອາຍພິດ ຕິດພັນກັບການເຕີບໂຕສີຂຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຢ່າງມີໄຊ. ສູ້ຊົນຮອດປີ 2025, ສ້າງເຂດຜະລິດເຂົ້າກະເສດສຸມມີຄຸນນະພາບສູງດ້ວຍຂອບຂະໜາດ 38.000 ເຮັກຕາ, ຮອດໄລຍະ 2026 2030 ບັນລຸ 50.000 ເຮັດຕາ ຕາມແຜນການ.

        ແຜນຮ່າງ 1 ລ້ານເຮັກຕາເຂົ້າມີຄຸນນະພາບສູງໄດ້ປະຕິບັດຢູ່ 12 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ໄລຍະ 2024 – 2025, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ເລືອກເອົາຮູບແບບທົດລອງຢູ່ 5 ທ້ອງຖິ່ນ, ລວມມີ: ຈ່າວິງ, ຊອກຈັງ, ກຽນຢາງ, ດົ່ງທາບ ແລະ ນະຄອນ ເກີນເທີ.

ຕອບກັບ

ຂ່າວ/ບົດ​ອື່ນ