ເລີ່ມບັ້ນມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ2015

ເລີ່ມບັ້ນມອດໄຟຫນຶ່ງຊົ່ວໂມງເພື່ອຫນ່ວຍໂລກ2015 - ảnh 1
ນັກ​ສຶກ​ສາ​ເຂົ້າ​ຮ່ວມ​ລາຍ​ການມອດ​ໄຟ​ເຫນຶ່ງ​ຊົ່ວ​ໂມງ​
ພື່ອ​ຫນ່ວຍ​ໂລກ
ພາບ:http://vnexpress.net

(vovworld)- ຕອນ​ຄ່ຳ​ວັນ​ທີ 23/3, ນະ​ຄອນ​ຫລວງ ຮ່າ​ໂນ້ຍ ຈະ​ຈັດ​ຕັ້ງ​ພິ​ທີ​ການມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ,ນັບ​ແຕ່​ເວ​ລາ 20ໂມງ 30 ນາ​ທີ ຮອດ 21 ໂມງ 30 ນາ​ທີ, ເປີດ​ສາກ​ໃຫ້​ບັ້ນ​ມອດ​ໄຟ​ຫນຶ່ງ​ຊົ່ວ​ໂມ​ງ​ເພື່ອ​ຫນ່ວຍ​ໂລກ 2015.

ດ້ວຍ​ສານ​ທີ່​ວ່າ “ປະ​ຢັດ​ພະ​ລັງ​ງານ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ”, ຕອນ​ເຊົ້າ​ວັນ​ທີ 22/3 ມີ​ຊາວ​ຫນຸ່ມ, ນັກ​ສຶກ​ສາ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ບໍ​ລິ​ເວນ​ນະ​ຄອນ​ປະ​ມານ 1000 ຄົນ​ໄດ້​ພາ​ກັນ​ຂີ່​ລົດ​ຖີບ​ລົງ​ຖະ​ຫນົນ​ຫລາຍ​ສາຍ​ຢູ່​ນະ​ຄອນ​ຫລວງ ແລະ ເຮັດ​ອະ​ນາ​ໄມ​ເກັບ​ຂີ້​ເຫຍື່ອຢູ່​ສວນ​ສາ​ທາ​ລະ​ນະຈຳ​ນວນ​ຫນຶ່ງ. ເພື່ອນ ຫງວຽນ​ທິ​ກີມ​ຈີ, ນັກ​ສຶ​ກ​ສາ​ປີ​ທີ 1 ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ: ນັບ​ແຕ່​ເຊົ້າ ພ້ອມ​ກັບ​ນັກ​ສຶກ​ສາ​ຮ້ອຍ​ຄົນ​ທີ່​ຂຶ້ນ​ກັບ​ບັນ​ດາ​ວິ​ທະ​ຍາ​ໄລ​ຢູ່​ຮ່າ​ໂນ້ຍ ໄດ້​ເຂົ້າ​ຮ່ວມ​ລາຍ​ການມອດ​ໄຟ​ຫນຶ່ງ​ຊົ່ວ​ໂມງ​ເພື່ອ​ຫນ່ວຍ​ໂລກ. ບໍ່​ພຽງ​ແຕ່​ຕອບ​ສະ​ຫນອງ​ຂ​ະ​ບ​ວນ​ການ​ດັ່ງ​ກ່າວ, ພວກ​ເພື່ອນ​ຍັງ​ໂຄ​ສະ​ນາ​ໃຫ້​ແກ່​ຄອບ​ຄົວ ແລະ ໝູ່​ເພື່ອນ​ພ້ອມ​ກັນ​ປະ​ຢັດ​ພະ​ລັງ​ງານ. ເພື່ອນ​ກີມ​ຈີ ໃຫ້​ຮູ້​ວ່າ:

        “ລາຍ​ການນີ້​ພຽງ​ດຳ​ເນີນ​ໄປ​ໃນ​ເວ​ລາ ຫນຶ່ງ​ຊົ່ວ​ໂມງ, ສຳ​ລັບ​ຫລາຍ​ຄົນ​ວຽກ​ນີ້​ແມ່ນ​ນ້ອຍ, ບໍ່​ມີ​ຄວາມ​ໝາຍ​ປານ​ໃດ ແຕ່​ຖ້າ​ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ເຮັດ ຈະ​ສ້າງ​ຄວາມ​ໝາຍ​ອັນ​ໃຫຍ່​ຫລວງ.”

ຂ່າວ/ບົດ​ອື່ນ