ເລີ່ມປະຕິບັດຂໍ້ລິເລີ່ມກ່ຽວກັບການສຶກສາເພື່ອພັດທະນາຢ່າງໝັ້ນຄົງ

ເລີ່ມປະຕິບັດຂໍ້ລິເລີ່ມກ່ຽວກັບການສຶກສາເພື່ອພັດທະນາຢ່າງໝັ້ນຄົງ - ảnh 1
(ພາບປະກອບ)
(vovworld) – ຕອນ​ເຊົ້າ​ວັນ​ທີ 15/3, ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ສົມທົບ​ກັບ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສະຫະ​ປະຊາ​ຊາດ (UNESCO) ຈັດ​ຕັ້ງພິທີເລີ່​ມປະຕິບັດ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການສຶກສາ​ເພື່ອ​​ພັດທະນາ​ຢ່າງ​ໝັ້ນຄົງຢູ່​ຫວຽດນາມ. ​ໂຄງການ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ຫວຽດນາມ​ ສ້າງ​ສັງຄົມ​ແຫ່ງ​ການ​ຮຳ່ຮຽນ ​ແລະ​ ມີ​ຄວາມ​ສາມາດ​ຮັບ​ມື​ຕໍ່​ການ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ສະພາບ​ຂາດ​ຊີວະ​ນາໆ​ພັນ.

ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຫງວຽນ​ວິ້ງ​ຫຽນ, ​ເນັ້ນ​ໜັກ​ວ່າ:

“ສຳລັບ​ໂຄງການ​ນີ້, ບໍ່​ພຽງ​ແຕ່​ຍົກ​ອອກ​ບັນດາ​ຮູບ​ແບບ​ກ່ຽວ​ກັບ​ການ​ສຶກສາ​ເພື່ອ​​ພັດທະນາ​ຢ່າງ​ໝັ້ນຄົງ​ເທົ່າ​ນັ້ນ, ຫາກ​ຍັງ​ຍົກ​ອອກ​ບັນດາ​ວິທີ​ປະຕິບັດ, ການ​ສົມທົບ​ກັບ​ກຳລັງ​ຕ່າງໆ​ເພື່ອ​ປະຕິບັດ​ວຽກ​ງານ​ສຶກສາ. ພາຍຫຼັງ​ສິ້ນ​ສຸດ​ໂຄງການ​ນີ້​ແລ້ວ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຈະ​ຜັນ​ຂະຫຍາຍ​ຮູບ​ແບບ​ນີ້ ​ຢູ່​ທຸກ​ທ້ອງ​ຖີ່​ນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຮູບ​ການ​ທີ່​ດີ ​ເພື່ອ​ພັດທະນາ​ບັນດາ​ຮູບ​ການຈັດ​ຕັ້ງ​ການ​ສິດສອນ​ໃໝ່​ຕື່ມ​ອີກ“.

​ໃນ​ຕໍ່ໜ້າ, ​ໂຄງການ​ຈະ​ຜັນ​ຂະຫຍາຍ​ບັນດາ​ຊຸດ​ອົບຮົມ​ໃຫ້​ຄູ​ສອນ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດຢູ່ ​ໂຮງຮຽນ​ປະຖົມ 5 ​ແຫ່ງ​ໃນ​ແຂວງ ​ເທື່ອ​ທຽນ​ເຫວ໋.

 

ຂ່າວ/ບົດ​ອື່ນ