ເລີ່ມລົງມືກໍ່ສ້າງເຂດອຸດສາຫະກຳທັງລອງ - ຫວີງຟຸກ ໂດຍຍີ່ປຸ່ນ ລົງທຶນ

(VOVWORLD) - ວັນທີ 21 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຈີ້ງດິ່ງຢູ້ງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເຂດອຸດສາຫະກຳທັງລອງ - ຫວີງຟຸກ, ຢູ່ແຂວງ ຫວີງຟຸກ. 
 
ເລີ່ມລົງມືກໍ່ສ້າງເຂດອຸດສາຫະກຳທັງລອງ - ຫວີງຟຸກ ໂດຍຍີ່ປຸ່ນ ລົງທຶນ - ảnh 1 ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ກ່າວຄຳເຫັນທີ່ພິທີ

ເຂດອຸດສາຫະກຳ ທັງລອງ - ຫວີງຟຸກ ມີເນື້ອທີ່ 213 ເຮັກຕາ, ແມ່ນເຂດອຸດສາຫະກຳທີ 3 ຂອງ Sumotomo ຢູ່ ຫວຽດນາມ, ແມ່ນໂຄງການທີ 26 ໂດຍບັນດານັກລົງທຶນ ຍີ່ປຸ່ນ ລົງທຶນເຂົ້າ ຫວີງຟຸກ. ຄາດວ່າ, ເຂດອຸດສາຫະກຳ ດຶງດູດ 79 ໂຄງການລົງທຶນ, ດ້ວຍຈຳນວນເງິນລົງທຶນຈົດທະບຽນປະມານ 1,5 ຕື້ USD, ແກ້ໄຂເຮັດວຽກງານທຳໃຫ້ຄົນງານ 25.000 ຄົນໃນບັນດາຂົງເຂດອຸດສາຫະກຳບໍ່ກໍ່ມົນລະພິດເຖິງສິ່ງແວດລ້ອມ, ບັນດາໂຄງການມີເຕັກໂນໂລຢີ ເຕັກນິກສູງ… ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ຮຽກຮ້ອງໃຫ້ແຂວງ ຫວີງຟຸກ ສຸມໃສ່ລົງທຶນພັດທະນາລະບົບພື້ນຖານໂຄງລ່າງ, ພິເສດແມ່ນພື້ນຖ່ານໂຄງລ່າງຢູ່ບັນດາເຂດອຸດສາຫະກຳ, ການບໍລິການ, ການທ່ອງທ່ຽວ; ພິເສດ, ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ສ້າງສະພາບແວດລ້ອມສະດວກ ໃຫ້ບັນດາວິສາຫະກິດ ແລະ ປະຊາຊົນລົງທຶນ, ພັດທະນາການຜະລິດ ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ