ເລີ່ມເຄື່ອນໄຫວລາຍການ “ແລ່ນເພື່ອໝາກຫົວໃຈ”

(VOVWORLD) - ຜ່ານການຈັດຕັ້ງເປັນເວລາ 9 ຄັ້ງ, ລາຍການ “ແລ່ນເພື່ອໝາກຫົວໃຈ” ບັນລຸໄດ້ ຈຳນວນເງິນທັງໝົດກ່ວາ 40,6 ຕື້ດົ່ງ (ກ່ວາ 1,6 ລ້ານໂດລາສະຫະລັດ)
ເລີ່ມເຄື່ອນໄຫວລາຍການ “ແລ່ນເພື່ອໝາກຫົວໃຈ”  - ảnh 1ທ່ານ James Lai Siaw Pin - ຜູ້ອຳນວຍການໃຫຍ່ Gamuda Land  ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: congthuong.vn)

ຕອນບ່າຍວັນທີ 4 ມີນາ, ຢູ່ຮ່າໂນ້ຍ, ໄດ້ຈັດການປະຊຸມຂ່າວປະກາດການແຂ່ງຂັນ “ແລ່ນເພື່ອໝາກຫົວໃຈ” ຄັ້ງທີ 10. ດ້ວຍຫົວຂໍ້ “ປະສານຈັງຫວະຂອງຊີວິດ”, ລາຍການແລ່ນນີ້ຈະຈັດຂຶ້ນໃນວັນທີ 23 ມີນາ.

        ລາຍການ “ແລ່ນເພື່ອໝາກຫົວໃຈ” ປີທີ 10 ເຊິ່ງລວມມີ 2 ໄລຍະທາງ: 3 ກມ (Fun Run) ເໝາະສົມກັບບັນດາເປົ້າໝາຍທີ່ເປັນຄອບຄົວ ແລະ ເດັກນ້ອຍ, ໄລຍະທາງ 10 ກມ (Pro Run) ສຳລັບບັນດານັກກິລາສະໝັກຫຼິ້ນ ແລະ ນັກກິລາອາຊີບ. ໄລ່ມາຮອດປະຈຸບັນ, ໂຄງການມີຈຳນວນ ເກືອບ 5.000 ຄົນເຂົ້າຮ່ວມການຈົດທະບຽນເຂົ້າຮ່ວມ.

        ຜ່ານການຈັດຕັ້ງເປັນເວລາ 9 ຄັ້ງ, ລາຍການ “ແລ່ນເພື່ອໝາກຫົວໃຈ” ບັນລຸໄດ້ ຈຳນວນເງິນທັງໝົດກ່ວາ 40,6 ຕື້ດົ່ງ (ກ່ວາ 1,6 ລ້ານໂດລາສະຫະລັດ), ເຊິ່ງໄດ້ຊ່ວຍໃນການຜ່າຕັດໂດຍບໍ່ເສຍຄ່າໃຫ້ເດັກນ້ອຍກ່ວາ 1.500 ນ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ