ເລີ່ມ​ເຄື່ອນ​ໄຫວ​ໄລ​ຍະ​ທີ 8 ຂອງ​​ຂະ​ບວນ​ການຍ່າງ​ເພື່ອ​ວົງ​ຄະ​ນະ​ຍາດ

(VOVWORLD) -ເພື່ອສະເຫຼີມສະຫຼອງວັນມູນເຊື້ອຂອງສະຫະພັນຊາວໜຸ່ມ ຫວຽດນາມ ຄົບຮອບ 66 ປີ, ຕອນເຊົ້າວັນທີ 15 ຕຸລາ, ຢູ່ເຂດໜອງຮວ່ານກຽມ, ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມເຄື່ອນໄຫວໄລຍະທີ 8 ຂອງຂະບວນການ “ຍ່າງເພື່ອວົງຄະນະຍາດ”. ເຫດການດັ່ງກ່າວໂດຍສະຫະພັນຊາວໜຸ່ມ ຫວຽດນາມ ຈັດຂຶ້ນ.
ເລີ່ມ​ເຄື່ອນ​ໄຫວ​ໄລ​ຍະ​ທີ 8 ຂອງ​​ຂະ​ບວນ​ການຍ່າງ​ເພື່ອ​ວົງ​ຄະ​ນະ​ຍາດ - ảnh 1ເລີ່ມເຄື່ອນໄຫວໄລຍະທີ 7 ຂອງຂະບວນການຍ່າງເພື່ອວົງຄະນະຍາດ (ພາບປະກອບ: TTXVN)

ຂະບວນການ “ຍ່າງເພື່ອວົງຄະນະຍາດ” ໄດ້ດຳເນີນໃນຂອບເຂດທົ່ວປະເທດ ເພື່ອແນໃສ່ຍູ້ແຮງຂະບວນການ “ຍ່າງ 10.000 ບາດກ້າວໃນແຕ່ລະມື້”, ດ້ວຍການຍ່າງ ຫຼືການແລ່ນຂອງສະມາຊິກສະຫະພັນ, ຊາວໜຸ່ມ, ປະຊາຊົນແຕ່ລະຄົນ ແຕ່ລະກິໂລແມັດນັ້ນ, ທະນາຄານ Sacombank ຈະປະກອບເງິນ 1.000 ດົ່ງ ເພື່ອມອບເຂົ້າກອງທຶນກໍ່ສ້າງຫໍວັດທະນະທຳໃຫ້ແກ່ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ. ຄາດວ່າ, ໄລຍະ 2020 – 2024, ຂະບວນການດັ່ງກ່າວຈະກໍ່ສ້າງຫໍວັດທະນະທຳໃຫ້ແກ່ 16 ຊົນເຜົ່າສ່ວນໜ້ອຍ. ນັບແຕ່ຮຸ່ງເຊົ້າ, ມີສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະ ປະຊາຊົນ ນັບຮ້ອຍຄົນໄດ້ມາເຕົ້າໂຮມກັນຢູ່ໜອງຮວ່ານກຽມ ເພື່ອຕອບສະໜອງຂະບວນການດັ່ງກ່າວ. ຟ້າມເຮືອງຖາວ, ນັກສຶກສາມະຫາວິທະຍາໄລເສດຖະກິດແຫ່ງຊາດ ແບ່ງປັນວ່າ:

        “ນ້ອງຮູ້ສຶກດີໃຈຫຼາຍເມື່ອໄດ້ເຂົ້າຮ່ວມຂະບວນການນີ້, ເພາະວ່າ ນ້ອງມີໂອກາດໄດ້ປະກອບສ່ວນເລັກໆນ້ອຍໆເຂົ້າໃນການສ້າງຫໍວັດທະນະທຳໃຫ້ແກ່ບັນດາຊົນເຜົ່າສ່ວນໜ້ອຍ, ສິ່ງດັ່ງກ່າວມີຄວາມໝາຍທີ່ສຸດສຳລັບນ້ອງ. ໄປຄຽງຄູ່ກັນນັ້ນ ຍັງຊ່ວຍໃຫ້ນ້ອງ ແລະ ເພື່ອນໜຸ່ມຫຼາຍຄົນອອກກຳລັງກາຍ, ເພື່ອສຸຂະພາບ ແລະ ປະກອບສ່ວນຮັກສາສຸຂະພາບລວມຂອງວົງຄະນະຍາດອີກດ້ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ