ເລືອກເຟັ້ນແບບຢ່າງດີເດັ່ນໜຸ່ມ 10 ຄົນຂອງນະຄອນຫຼວງປີ2016

ເລືອກເຟັ້ນແບບຢ່າງດີເດັ່ນໜຸ່ມ 10 ຄົນຂອງນະຄອນຫຼວງປີ2016 - ảnh 1
ເຈີ່ນ​ເລກວາງ​ຕ໋ຽນ (ເບື້ອງ​ຊ້າຍ) ແມ່ນ​ຜູ້​ມີ​ອາ​ຍຸ​ນ້ອ​ຍ​ທີ່​ສຸດ​ໄດ້​ຮັບ​ການ​ເຊີດ​ຊູ
(ພາບ: laodong.com.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 17/1, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນຫຼວງ ຮ່າ​ໂນ້ຍ ໄດ້​ເລືອກ​ເຟັ້ນ​ແບບ​ຢ່າງ​ດີ​ເດັ່ນ​ໜຸ່ມ 10 ຄົນ​ຂອງ​ນະ​ຄອນຫຼວງ​ປີ 2016 ທີ່​ມີ​ຜົນ​ງານ​ພົ້ນ​ເດັ່ນ​ໃນ 6 ຂົງ​ເຂ​ດ​ຄື: ການຮ່ຳ​ຮຽນ, ​ການຄົ້​ນ​ຄ​້​ວາ​ວິ​ທະ​ຍາ​ສາດ, ​ການ​ອອກ​ແຮງ​ງານ​​ຢ່າງມີ​ຫົວ​ຄິດ​ປະ​ດິດ​ສ້າງ - ພັດ​ທະ​ນາ​ເສດ​ຖະ​ກິດ, ​ການປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ວັດ​ທະ​ນະ​ທຳ - ສີ​ລະ​ປະ, ກາ​ຍະ​ກຳ - ກິ​ລາ, ວຽກ​ງານ​ຊາວ​ໜຸ່ມ ແລະ ​ຂົງ​ເຂດ​ອາ​ສາ​ສະ​ໝັກ​ເພື່ອ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ວົງ​ຄະ​ນະ​ຍາດ. ນີ້ກໍ່​ແມ່ນ​ຊາວ​ໜຸ່ມ 10 ຄົນ​ທີ່ມີ​ຄຸນ​ສົມ​ບັດ​​ດີ, ມີສະ​ຕິ​ການ​ຈັດ​ຕັ້ງ​ລະ​ບຽບ​ວິ​ໄນ​ທີ່​ດີ… ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ເຂົ້າ​ໃນ​ຂະ​ບວນ​ການ, ການ​ເຄື່ອນ​ໄຫວ​ຂອງ​​ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ, ສະ​ມາ​ຄົມ, ກອງ​ເຍົາ​ວະ​ຊົນ. ລາງວັນ “ແບບ​ຢ່າງ​ດີ​ເດັ່ນ​ໜຸ່ມ​ນະ​ຄອນຫຼວງ” ແມ່ນ​ລາງວັນ​ປະ​ຈຳ​ປີ​ໂດຍ​ຄະ​ນະ​ບໍ​ລິ​ຫານ​ງານ​​ຊາວ​ໜຸ່ມ​ນະ​ຄອນຫຼວງມອບ​ໃຫ້, ເພ່​ື່ອ​​ປຸກ​ລະ​ດົມ ແລະ ລະ​ດົມ​ກຳ​ລັງ​ໃຈຄົ້​ນ​ພົບ, ເຊີດ​ຊູ​ບັນ​ດາ​ແບບ​ຢ່າງ​ຊາວ​ໜຸ່ມ, ເຍົາ​ວະ​ຊົນ​ທີ່​ເດັ່ນ​ໃນ​ບັນ​ດາ​ຂົງ​ເຂດ​ສ້າງສາ, ປົກ​ປັກ​ຮັກ​ສາ​ນະ​ຄອນຫຼວງ ແລະ ປ​ະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ