ເລື່ອງກ່ຳປັ່ນກອງທັບເຮືອອາເມລິກາໄປຜ່ານໝູ່ເກາະເຈື່ອງຊາ: ຫວຽດນາມສະເໜີໃຫ້ບັນດາປະເທດເຄົາລົບແລະປະຕິບັດກົດໝາຍຢູ່ບັນດາເຂດທະເລ

(VOVWORLD) -ວັນທີ 15 ກຸມພາ, ເມື່ອຕອບຄຳຖາມຂອງນັກຂ່າວຕໍ່ເລື່ອງ, ຫວ່າງແລ້ວນີ້, ກ່ຳປັ່ນກອງທັບເຮືອອາເມລິກາ ໄດ້ໄປຜ່ານເຂດໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ
ເລື່ອງກ່ຳປັ່ນກອງທັບເຮືອອາເມລິກາໄປຜ່ານໝູ່ເກາະເຈື່ອງຊາ: ຫວຽດນາມສະເໜີໃຫ້ບັນດາປະເທດເຄົາລົບແລະປະຕິບັດກົດໝາຍຢູ່ບັນດາເຂດທະເລ - ảnh 1 (ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ)

ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນຫາອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຢູ່ທະເລຕາເວັນອອກ ແມ່ນຈະແຈ້ງ, ເໝາະສົມກັບກົດໝາຍສາກົນ ແລະ ໄດ້ເນັ້ນໜັກເປັນຫຼາຍຄັ້ງແລ້ວ. ດ້ວຍຖານະເປັນປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ແມ່ນປະເທດຢູ່ເຂດແຄມທະເລຕາເວັນອອກ, ຍາມໃດ ຫວຽດນາມ ກໍ່ເຄົາລົບສິດເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ ຂອງບັນດາປະເທດ, ເໝາະສົມກັບບັນດາຂໍ້ກຳນົດຂອງສາກົນ, ລະອຽດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ບັນດາຄຳຮຽກສິດທາງທະເລ ແລະ ການກະທຳທີ່ກ່ຽວຂ້ອງຂອງບັນດາປະເທດຢູ່ເຂດແຄມທະເລ ຕ້ອງເໝາະສົມກັບກົດໝາຍສາກົນ ຄືດັ່ງໄດ້ເຕື້ອງເຖິງໃນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ, ຫວຽດນາມ ສະເໜີໃຫ້ບັນດາປະເທດ ສືບຕໍ່ຕັ້ງໜ້າປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບ ແລະ ປະຕິບັດບັນດາພັນທະດ້ານນິຕິກຳສາກົນທີ່ກ່ຽວຂ້ອງ, ເຄົາລົບກົດໝາຍຢູ່ບັນດາເຂດທະເລ ແລະ ມະຫາສະມຸດ.

ຕອບກັບ

ຂ່າວ/ບົດ​ອື່ນ