ເລື່ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຕົກ​ລົງ​ປະ​ກ​າດ​ໂລກ​ລະ​ບາ​ດ​ໃນ​ທົ່ວ​ປະ​ເທດແມ່ນ​ເພື່ອ​ແນ​ໃສ່​ລະ​ດົມ​ຄວາມ​ເປັ​ນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນໃນ​ທົ່ວ​ລະ​​ບົບ​ການ​ເມືອງ

(VOVWORLD) -ວັນທີ 1 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 447/QD – TTG ວ່າດ້ວຍການປະກາດໂລກລະບາດ Covid  - 19 ໃນທົ່ວປະເທດ. 

ເລື່ອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຕົກ​ລົງ​ປະ​ກ​າດ​ໂລກ​ລະ​ບາ​ດ​ໃນ​ທົ່ວ​ປະ​ເທດແມ່ນ​ເພື່ອ​ແນ​ໃສ່​ລະ​ດົມ​ຄວາມ​ເປັ​ນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນໃນ​ທົ່ວ​ລະ​​ບົບ​ການ​ເມືອງ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫວູດຶກດາມກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບ Covid - 19 

(ພາບ: TTXVN) 

ໂດຍເຮັດໃຫ້ ເນື້ອໃນຂໍ້ຕົກລົງດັ່ງກ່າວມີຄວາມຈະແຈ້ງກ່ວາເພື່ອໃຫ້ປະຊາຊົນເຂົ້າໃຈຢ່າງຖືກຕ້ອງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫວູດຶກດາມເນັ້ນໜັກວ່າເລື່ອງທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກລົງນາມຂໍ້ຕົກລົງປະກາດໂລກລະບາດໃນທົ່ວໂລກລວມມີ 3 ເປົ້າໝາຍຕົ້ນຕໍແມ່ນ:

ທີ 1 ແມ່ນເພື່ອໃຫ້ທົ່ວລະບົບການເມືອງເປັນຈິດໜຶ່ງໃຈດຽວກັນ, ເຮັດໃຫ້ເພີ່ມທະວີນ້ຳໃຈ, ຄວາມຮັບຜິດຊອບຂອງບັນດາກຳລັງສະກັດກັ້ນໂລກລະບາດໃນແຕ່ລະທ້ອງຖິ່ນ, ແຕ່ລະຂະແໜງ. ທີ 2 ແມ່ນເພື່ອໃຫ້ປະຊາຊົນຮັບຮູ້ຄວາມຮັຜິດຊອບຂອງຕົນຢ່າງຈະແຈ້ງກ່ວາອີກໃນການເຂົ້າຮ່ວປະຕິບັດບັນດາຄຳຊີ້ນຳຂອງພັກ, ລັດແລະການແນະນຳຂອງຂະແໜງສາທາລະນະສຸກ, ເພື່ອໃຫ້ປະຊາຊົນແຕ່ລະຄົນລ້ວນແຕ່ແມ່ນນັກຮົບທີ່ເຂົ້າຮ່ວມການສະກັດກັ້ນໂລກລະບາດຢ່າງແທ້ຈິງ. ທີ 3, ແມ່ນພາຍຫຼັງທ່ານນາຍົກລັດຖະມົນຕີລົງນາມຂໍ້ຕົກລົງວ່າດ້ວຍການປະກາດໂລກລະບາດໃນທົ່ວປະເທດໝາຍຄວາມວ່າທຸກໆກຳລັງເຂົ້າຮ່ວມການສະກັດກັ້ນໂລກລະບາດໃນທົ່ວປະເທດໄດ້ຊົມໃຊ້ລະບອບ, ນະໂຍບາຍໃນໄລຍະສະກັດກັ້ໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ