ເວທີປາໄສ APEC ກ່ຽວກັບການເງິນຮອບດ້ານ ຄັ້ງທີ 7

(VOVWORLD) - ໃນລະຫວ່າງວັນທີ 10-11 ກໍລະກົດ, ຢູ່ນະຄອນໂຮ້ຍອ່ານ, ແຂວງກວາງນາມ, ທະນາຄານແຫ່ງລັດ ຫວຽດນາມ ສົມທົບກັບ ສະພາທີ່ປຶກສາການດຳເນີນທຸລະກິດ APEC, ທະນາຄານພັດທະນາ ອາຊີ ແລະ ອົງການປະສານງານຮ່ວມມືພັດທະນາ, ໄດ້ຈັດຕັ້ງເວທີປາໄສ APEC ປະຈຳປີ ຄັ້ງທີ 7 ກ່ຽວກັບການເງິນຮອບດ້ານ. 
ເວທີປາໄສ APEC ກ່ຽວກັບການເງິນຮອບດ້ານ ຄັ້ງທີ 7 - ảnh 1ເວທີປາໄສໄດ້ຮັບການຈັດຕັ້ງຢູ່ ໂຫ້ຍອານ 

ເວທີປາໄສ APEC ປະຈຳປີ ຄັ້ງທີ 7 ແມ່ນ 01 ໃນ 04 ເນື້ອໃນການຮ່ວມມືບຸລິມະສິດໃນຂອບເຂດວິວັດການຮ່ວມມື ລັດຖະມົນຕີການເງິນ APEC ໃນປີ 2017. ນີ້ແມ່ນໂອກາດເພື່ອໃຫ້ບັນດາພື້ນຖານເສດຖະກິດພາຍໃນ ແລະ ນອກພາກພື້ນ APEC, ບັນດາຜູ້ຊ່ຽວຊານແຖວໜ້າທາງດ້ານການເງິນ ໄດ້ແລກປ່ຽນ ແລະ ປຶກສາຫາລືກ່ຽວກັບວິທີການ ແລະ ຄວາມກົມກຽວຂອງບັນດາຄາດໝາຍ ລະຫວ່າງການເງິນຮອບດ້ານ, ເຊື່ອມໂຍງ ແລະ ການປົກປ້ອງຜູ້ບໍລິໂພກ-ອຸປະໂພກ, ຜ່ານນັ້ນ, ອາດຈະເຮັດໃຫ້ບັນດາຜົນປະໂຫຍດເຊິ່ງການເງິນຮອບດ້ານນຳມາໃຫ້ຫຼາຍທີ່ສຸດ, ສອດຄ່ອງກັບຈຸດພິເສດສະເພາະ ແລະ ລະດັບການພັດທະນາຂອງບັນດາປະເທດ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນສະພາບການໃໝ່. ບັນດາເນື້ອໃນຕົ້ນຕໍ່ທີ່ໄດ້ແລກປ່ຽນຢູ່ເວທີປາໄສລວມມີ: ກຳນົດຄິດໄລ່ຄວາມຖືກຕ້ອງຂອງມາດຕະການການເງິນຮອບດ້ານ; ສະພາບຄວາມເປັນຈິງການຜັນຂະຫຍາຍການໝູນໃຊ້ບັນດາເຕັກນິກດີຈີຕອນໃນຂົງເຂດນີ້; ບົດບາດຂອງສິນເຊື່ອ ແລະ ບັນດາການບໍລິການ, ຜະລິດຕະພັນການເງິນໃນການຊ່ວຍໜູນພັດທະນາເສດຖະກິດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນເຂດກະສິກຳ, ຊົນນະບົດ, ແງ່ຫວັງ ແລະ ບັນດານະໂຍບາຍຊຸກຍູ້ເຕັກໂນໂລຊີໃໝ່ໃນການບໍລິການດ້ານການເງິນ; ການສຶກສາດ້ານການເງິນປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຊົນໃນການປະຍັດ ແລະ ການລົງທຶນ ຢ່າງມີປະສິດທິຜົນ. ນີ້ກໍ່ແມ່ນບັນດາເນື້ອໃນຕົ້ນຕໍທີ່ທະນາຄານແຫ່ງລັດສະເໜີຮ່ວມມືໃຫ້ທັງປີ APEC 2017, ໃນກອງປະຊຸມ ຮອງລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານສູນກາງ, ບັນດາພື້ນຖານເສດຖະກິດ APEC ເຊິ່ງໄດ້ຈັດຕັ້ງຂຶ້ນໃນເດືອນ ກຸມພາ ປີ 2017 ຢູ່ນະຄອນຍາຈາງ, ແຂວງແຄັງຮວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ