ເວທີປາໄສ ຍີ່ປຸນ-ອາຊຽນ ປຶກສາຫາລືກ່ຽວກັບ ບັນຫາທະເລຕາເວັນອອກ

ເວທີປາໄສ ຍີ່ປຸນ-ອາຊຽນ ປຶກສາຫາລືກ່ຽວກັບ ບັນຫາທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld)-​​​ ​ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ ຍີ່​ປຸນ-ອາ​ຊຽນ​ທີ່ດຳ​ເນີນ​ໃນ​ວັນ​ທີ 4/9; ຢູ່​ນະ​ຄອນຫຼວງ Tokyo ​ປະ​ເທດ​ຍີ່​ປຸນ, ບັນ​ດາ​ເຈົ້າ​ໜ້າ​ທີ 2 ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັດ​ດາ​ຄວາມ​ເຄັ່ງ​ຕຶງທີ່​ພວມ​ປິນ​ຂັ້ນ​ໄດ ລະ​ຫວ່າງ ຈີນ ແລະ ບາງ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ​ ​ເຊິ່ງ​ກ່ຽວ​ຂ້ອງ​ເຖິງ​​ການຂັດແຍ້ງ​ອະ​ທິ​ປະ​ໄຕ​​ຜືນ​ແຜ່ນ​ດິນໃນ​ທະ​ເລ​ຕາ​ເວັນ​ອອກ. 2 ຝ່າຍ​ກໍ່​ຢັ້ງ​ຢືນ​ເ​ຖິງບັນ​ດາຄວາມ​ກ້າວ​ໜ້າ​​ການ​ຮ່ວມ​ມື​ໃນຂົງ​ເຂດ​ຄວາມ​ສະ​ຫງົບ​ປອດ​ໄພໃນ​ການ​ເດີນ​ທະ​ເລ, ການ​ສະ​ກັດ​ກັ້ນ​ໄພ​ພິ​ບັດ, ເພີ່ມ​ທະ​ວີການ​ເຊື່ອມ​ຕໍ່ເສດ​ຖະ​ກິດພາຍ​ໃນ​ກຸ່ມ ແລະ ບາງ​ບັນ​ຫາ​ອື່ນໆ. ບັນ​ດາ​ເຈົ້າ​ໜ້າ​ທີ​ຂັ້ນ​ສູງ​ ຂອງ​ຍີ່​ປຸນ ແລະ ອາ​ຊຽນ ກໍ່​ເຫັນ​ດີ​ຮັບ​ປະ​ກັນ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ ຍີ່​ປຸນ-ອາ​ຊຽນ ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ຢູ່ນອກກອງ​ປະ​ຊຸມ​ຂັ້ນ​ສູງອາ​ຊີ​ຕາ​ເວັນ​ອອກ(EAS) ​ໃນ​ເດືອນ 11 ຈະ​ມາ​ເຖິງຢູ່​ປະ​ເທດ ມຽນ​ມາ​ ບັນ​ລຸ​ຜົນ​ສຳ​ເລັດ.

ຂ່າວ/ບົດ​ອື່ນ