ເວ​ທີ​ປາ​ໄສ “ພັດ​ທະ​ນາ​ກະ​ສິ​ກຳ ຫວຽດ​ນາມ ປີ 2023 - ດຶງ​ດູດ​ວິ​ສາ​ຫະ​ກິດ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ແບບ​ຍືນ​ຍົງ

(VOVWORLD) - ເວທີປາໄສແມ່ນໂອກາດເພື່ອໃຫ້ບັນດານັກລົງທຶນ, ວິສາຫະກິດຊອກຫາກາລະໂອກາດ, ການຮ່ວມມືລົງທຶນໃນຂົງເຂດກະສິກຳຕາມທິດກະສິກຳນິເວດ, ກະສິກຳຜະລິດຄືນໃໝ່, ກະສິກຳສີຂຽວແບບຍືນຍົງ. ພ້ອມດຽວກັນນັ້ນ, ກໍ່ຊຸກຍູ້ການພັດທະນາຢ່າງແຮງຂອງຂະແໜງອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດຕາມທິດໝູນໃຊ້ເຕັກໂນໂລຢີສູງ, ຫັນເປັນດີຈີຕອນ, ສົມທົບການພັດທະນາກະສິກຳກັບການທ່ອງທ່ຽວ.
ເວ​ທີ​ປາ​ໄສ “ພັດ​ທະ​ນາ​ກະ​ສິ​ກຳ ຫວຽດ​ນາມ ປີ 2023 - ດຶງ​ດູດ​ວິ​ສາ​ຫະ​ກິດ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ແບບ​ຍືນ​ຍົງ - ảnh 1ການນຳກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ການນຳແຂວງ ລອງອານ ເຂົ້າຮ່ວມເວທີປາໄສ (ພາບ: TTXVN)

ເວທີປາໄສ “ພັດທະນາກະສິກຳ ຫວຽດນາມ ປີ 2023 - ດຶງດູດວິສາຫະກິດລົງທຶນເຂົ້າໃນຂົງເຂດກະສິກຳແບບຍືນຍົງ ໄຂຂຶ້ນໃນຕອນບ່າຍວັນທີ 28 ມິຖຸນາ ຢູ່ນະຄອນ ເຕິນອານ (ແຂວງລອງອານ), ໂດຍສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ລອງອານ ຈັດຂຶ້ນ. ນີ້ແມ່ນໂອກາດເພື່ອໃຫ້ບັນດານັກລົງທຶນ, ວິສາຫະກິດຊອກຫາກາລະໂອກາດ, ການຮ່ວມມືລົງທຶນໃນຂົງເຂດກະສິກຳຕາມທິດກະສິກຳນິເວດ, ກະສິກຳຜະລິດຄືນໃໝ່, ກະສິກຳສີຂຽວແບບຍືນຍົງ. ພ້ອມດຽວກັນນັ້ນ, ກໍ່ຊຸກຍູ້ການພັດທະນາຢ່າງແຮງຂອງຂະແໜງອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດຕາມທິດໝູນໃຊ້ເຕັກໂນໂລຢີສູງ, ຫັນເປັນດີຈີຕອນ, ສົມທົບການພັດທະນາກະສິກຳກັບການທ່ອງທ່ຽວ.

        ໃນເວທີປາໄສດັ່ງກ່າວ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆ ແນໃສ່ດຶງດູດນັກລົງທຶນແກ່ຂົງເຂດກະສິກຳ, ເປັນຕົ້ນແມ່ນ: ດຶງດູດວິສາຫະກິດລົງທຶນພັດທະນາກະສິກຳເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ; ກົນໄກຊຸກຍູ້ການຮ່ວມມືລົງທຶນ, ຈຳໜ່າຍຜະລິດຕະພັນກະເສດຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງເຂດທົ່ງພຽງທາງພາກໃຕ້ ຫວຽດນາມ; ສ້າງກົນໄກ, ນະໂຍບາຍສົ່ງເສີມວິສາຫະກິດລົງທຶນເຂົ້າໃນຂົງເຂດກະສິກຳ, ຊົນນະບົດໃຫ້ສົມບູນແບບ; ສະເໜີແນະກົນໄກດຶງດູດການລົງທຶນສັງຄົມ, ພິເສດແມ່ນແຫຼ່ງທຶນຍືນຍົງ ເພື່ອຮັບໃຊ້ການພັດທະນາກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ