ເວ​ທີ​ປາ​ໄສ ວັດ​ທະ​ນະ​ທ​ຳ ສ​ຳ​ລັບ​ວິ​ສາ​ຫະ​ກິດ 2021

(VOVWORLD) -ວັດທະນະທຳວິສາຫະກິດ ໄດ້ຮັບຖືວ່າຖືເປັນ “ວັກຊີນ” ໃຫ້ແກ່ນັກທຸລະກິດແຕ່ລະຄົນ, ວິສາຫະກິດຜ່ານຜ່າໂລກລະບາດໂຄວິດ - 19. ຢາກພັດທະນາຢ່າງເຂັ້ມແຂງ, ນັກທຸລະກິດ, ວິສາຫະກິດຕ້ອງການບົດບາດກໍ່ສ້າງ ຂອງລັດ.
ເວ​ທີ​ປາ​ໄສ ວັດ​ທະ​ນະ​ທ​ຳ ສ​ຳ​ລັບ​ວິ​ສາ​ຫະ​ກິດ 2021 - ảnh 1ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຫງວຽນວັນຮູ່ງ(ພາບ: baovanhoa.vn)

       ດ້ວຍຫົວຂໍ້ “ການພົວພັນແລກປຽນວັດທະນະທຳ - ພື້ນຖານການຟື້ນຟູ ແລະ ພັດທະນາເສດຖະກິດ ແບບຍືນຍົງ”, ເວທີປາໄສແຫ່ງຊາດປະຈຳປີ “ວັດທະນະທຳສຳລັບວິສາຫະກິດ 2021” ໄດ້ດຳເນີນໃນຕອນບ່າຍວັນທີ 5 ທັນວາ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມເວທີປາໄສ ມີຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການທ່ີກ່ຽວຂ້ອງ, ບັນດາວິສາຫະກິດ, ນັກຊ່ຽວຊານ, ນັກຄົ້ນຄ້ວາວັດທະນະທຳ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຫງວຽນວັນຮູ່ງ ຢັ້ງຢືນວ່າ:

        ໂດຍຜ່ານບັນດາໄລຍະພັດທະນາຕ່າງໆຂອງປະເທດຊາດ, ພັກກອມມູນິດ ຫວຽດນາມ ໄດ້ກຳນົດໜ້າທີ່ສ້າງວັດທະນະທຳໃນການພັດທະນາເສດຖະກິດ ຕ້ອງໄດ້ຮັບຄວາມເອົາໃຈໃສ່. ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ຕົກລົງຖືເອົາ ວັນທີ 10 ພະຈິກ ເປັນວັນວັດທະນະທຳວິສາຫະກິດ ຫວຽດນາມ. ສ້າງວັດທະນະທຳວິສາຫະກິດແມ່ນການສ້າງທ່າໄດ້ປຽບໃນການແກ່ງແຍ້ງ, ການຄ້າ ແລະ ສີສັນຂອງ ຫວຽດນາມ ໃນການເຄື່ອນໄຫວເສດຖະກິດສາກົນ. ສະນັ້ນ, ນີ້ແມ່ນໜ້າທີ່ຂອງລັດຖະບານແຫ່ງການສ້າງສາ, ຂອງສະມາຄົມວິສາຫະກິດເປັນ ພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກໝ້າທີ່ກໍ່ສ້າງ ຫວຽດນາມ ເປັນປະເທດ Start up.

       ວັດທະນະທຳວິສາຫະກິດ ໄດ້ຮັບຖືວ່າຖືເປັນ “ວັກຊີນ” ໃຫ້ແກ່ນັກທຸລະກິດແຕ່ລະຄົນ, ວິສາຫະກິດຜ່ານຜ່າໂລກລະບາດໂຄວິດ - 19. ຢາກພັດທະນາຢ່າງເຂັ້ມແຂງ, ນັກທຸລະກິດ, ວິສາຫະກິດຕ້ອງການບົດບາດກໍ່ສ້າງ ຂອງລັດ.

       ເວທີປາໄສແຫ່ງຊາດວັດທະນະທຳສຳລັບວິສາຫະກິດ ໄດ້ດຳເນີນປະຈຳປີ ແລະ ປີນີ້ເປັນປີທຳອິດໄດ້ດຳເນີນດ້ວຍຂອບຂະໜາດໃຫຍ່, ແບບທາງໄກ ແລະ ໂດຍກົງ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ເຊີດຊູບັນດາວິສາຫະກິດທີ່ມີການເຄື່ອນໄຫວຢ່າງຕັ້ງໜ້າໃນຂະບວນການສ້າງວັດທະນະທຳວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ