ເວທີປາໄສ “ ສະພາແຫ່ງຊາດໜຸ່ມຫວຽດນາມ ” 2015


ເວທີປາໄສ “ ສະພາແຫ່ງຊາດໜຸ່ມຫວຽດນາມ ” 2015 - ảnh 1
ເວ​ທີ​ປາ​ໄສ “ ສະ​ພາ​ແຫ່ງ​ຊາດ​ໜຸ່ມ​ຫວຽດ​ນາມ ” 2015

(vovworld)- ຕອນ​ເຊົ້າ​ວັນ​ທີ 25/11, ກອງ​ປະ​ຊຸມ​ຄົບ​ຄະ​ນະ​ເວ​ທີ​ປາ​ໄສ “ ສະ​ພາ​ແຫ່ງ​ຊາດ​ໜຸ່ມ​ຫວຽດ​ນາມ ” 2015 ໄດ້​ຖືກ​ໄຂ​ຂຶ້ນ ຢູ່​ຮ່າ​ໂນ້ຍໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກ​ສາ 300 ຄົນ​ທີ່​ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ 4 ແຫ່ງ​ຢູ່​ຫວຽດ​ນາມ. ກອງ​ປະ​ຊຸມ​ຖືກ​ດຳ​ເນີນ​ແບບ​ສັນ​ນິ​ຖານ​ຕາ​ມ​ຮູບ​ແບບ​ດຳ​ເນີນກອງ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ. ເວ​ທີ​ປາ​ໄສ​ແມ່ນນອນ​ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​ສຶກ​ສາ​ອົບ​ຮົມ, ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ພາ​ແຫ່ງ​ຊາດ​ຂອງ​ໂຄງ​ການ“ ສະ​ພາ​ແຫ່ງ​ຊາດ​ໜຸ່ມ​ຫວຽດ​ນາມ ” ໄລ​ຍະ 2 ໂດຍ​ຫ້ອງວ່າ​ການສະ​ພາ​ແຫ່ງ​ຊາດສົມ​ທົບ​ກັບ​ສະ​ຖານ​ທູດ​ອັງ​ກິດ​ປະ​ຈຳ​ຫວຽດ​ນາມ​ຈັດ​ຂຶ້ນ ເພື່ອ​ແນ​ໃສ່​ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ປະ​ກອບ​ສ່ວນ​ຍົກ​ສູງ​ລະ​ດັບ​ຄວາມ​ຮູ້ ແລະ ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ໄວ​ໜຸ່ມຍົກ​ອອກ​ຄຳ​ເຫັນ, ນຳສະ​ເໜີ​ບັນ​ດາ​ບັນ​ຫາ​ໄດ້​ຮັບ​ຄວາມ​ສົນ​ໃຈ.
ຂ່າວ/ບົດ​ອື່ນ