ເວທີປາໄສ ອາຊຽນ ເປີດກ້ວາງປຶກສາຫາລືບັນດາມາດຕະການເພີ່ມທະວີຄວາມ ສະຫງົບ, ປອດໄພ

ເວທີປາໄສ ອາຊຽນ ເປີດກ້ວາງປຶກສາຫາລືບັນດາມາດຕະການເພີ່ມທະວີຄວາມ ສະຫງົບ, ປອດໄພ  - ảnh 1
(ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມກວາງວີງ)

(vovworld)-​​ວັນ​ທີ 28/8, ​ເວ​ທີ​ປາ​ໄສ ອາ​ຊຽນ ເປີດ​ກ້​ວາງຄັ້ງ​ທີ 3 ​ຖືກໄຂ​ຂຶ້ນຢູ່ ດ່າ​ນັງ ຢ່າງ​ເປັນ​ທາງ​ການ. ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຄັ້ງ​ນີ້, ນອກ​ຈາກ 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຍັງ​ມີ 8 ປະ​ເທດ​ຄູ່​ຮ່ວມ​ມື​ແມ່ນ: ຈີນ, ຍີ່​ປຸນ, ສ.ເກົາ​ຫຼີ, ອີນ​ເດຍ, ອົດ​ຕາ​ລີ, ນິວ​​ຊີແລນ, ລັດ​ເຊຍ ແລະ ອາ​ເມ​ລິ​ກາ. ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ​ໄດ້​​ຮັບ​ການປຶກ​ສາ​ຫາ​ລື​ໃນ​ເວ​ທີ​ປາ​ໄສ​ຄັ້ງ​ນີ້ ແມ່ນ​ບັນ​ຫາຄວາມ​ສະ​ຫງົບ, ​ປອດ​ໄພ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ​. ເວ​ທີ​ປາ​ໄສ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ຢ່າງ​ລະ​ອຽດ ເພື່ອ​ຮັບ​ປະ​ກັນ​ກົດ​ໝາຍ​ສາ​ກົນ. ໃນ​ນັ້ນ, ​ມີ​ສົນ​ທິ​ສັນ​ຍາຂອງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ກົດ​ໝາຍ​​ວ່າ​ດ້ວຍທະ​ເລ​ປີ 1982; ການຮັບ​ມື​ກັບ​​​ໄພ​ທຳ​ມະ​ຊາດ, ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ, ຮັບ​ມື​ກັບ​ບັນ​ດາເຫດ​ການ​ທີ່ກ່ຽວ​ຂ້ອງ​ເຖິງ​​ຄວາມ​ສະ​ຫງົບ, ​ປອດ​ໄພ​ຄວາມ​ເສ​ລີໃນ​ການ​ເດີນ​ທະ​ເລ​, ວາງ​ອອກ​ບັນ​ດາກົນ​ໄກທີ່​ເໝາະ​ສົມ ເພື່ອ​ໃຫ້ບັນ​ດາ​ຝ່າຍ​​ພ້ອມ​ກັນ​ປະ​ຕິ​ບັດ, ລະ​ງັບ​ໃຈ ແລະ ພ້ອມ​ກັນປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ສາ​ກົນ​ຄື​ຖະ​ແຫຼງ​ການ DOC.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ເວ​ທີ​ປາ​ໄສ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມກວາງວີງ, ຫົວ​ໜ້າ SOM  ອາ​ຊຽນ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ: ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ປອດ​ໄພ ແລະ ຄວາມ​ເສ​ລີ​ໃນການ​ເດີນ​ທະ​ເລ ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ລວມ. ອາ​ຊຽນ​ປາດ​ຖະ​ໜາ​ບັນ​ດາ​ປະ​ເທດ​ພາຍ​ໃນ ແລະ ນອກ​ພາກ​ພື້ນ​ພ້ອມ​ກັນ​ຮຽງ​ບ່າ​ຮຽງ​ໄຫຼ່ ກັບ​ອາ​ຊຽນ ມາ​ນະ​ພະ​ຍາ​ຍາມເພື່ອ​ຈຸດ​ໝາຍ​ລວ​ມນີ້. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມກວາງວີງ ໃຫ້​ຮູ້​ວ່າ:

ຜ່ານ​ການ​ແລກ​ປ່ຽນ, ກອງ​ປະ​ຊຸມ​ເນັ້ນ​ໜັກ​ເຖິງ ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມ​ືອງ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ໄດ້, ເຮັດ​ແນວ​ໃດ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​​ຄວາມ​ເສ​ລີໃນ​ການ​ເດີນ​ທະ​ເລ. ກອງ​ປະ​ຊຸມ​​ຊີ້ອອກ​​ວ່າ ບັນ​ດາ​ຝ່າຍ​ຕ້ອງ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ເຮັດ​ແນວ​ໃດ​ເຄົາ​ລົບ​ສົນ​ທິ​ສັນ​ຍາ​ກົດ​ໝາຍ​ທະ​ເລ​ໃຫ້​ໄດ້, ພິ​ເສດ​ເນັ້ນ​ໜັກ​ເຖິ​ງ​ເລື່ອງ​ຮັບ​ປະ​ກັນ ແລະ ປະ​ຕິ​ບັດ​ບັນ​ດາ​ຖະ​ແຫຼງ​ການ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ​(DOC) ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ ​​ເພື່ອ​ບັນ​ລຸ​ໄດ້ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອ​ອກ(COC)​ຢ່າງ​ແທດ​ຈິງ.

ຂ່າວ/ບົດ​ອື່ນ