ເວ​ທີ​ປ​າ​ໄສ​ການ​ລົງ​ທຶນ ຫວຽດ​ນາມ - OECD ດຶງ​ດູດ​ການ​ລົງ​ທຶນ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຮັບ​ໃຊ້​ການ​ເຕີບ​ໂຕ​ສີ​ຂຽວ, ອັດ​ສະ​ລິ​ຍະ ແລະ ຍືນ​ຍົງ

(VOVWORLD) - ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ໃຫ້ຮູ້ວ່າ ໃນສະພາບການໂລກມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ໃນປີນີ້ ກໍ່ຜົນສະທ້ອນຕໍ່ກະແສການລົງທຶນ ແລະ ການເຕີບໂຕທົ່ວໂລກ, ຫວຽດນາມ ຍັງຮັກສາທ່າຟື້ນຟູ ແລະ ການເຕີບໂຕທີ່ດີພໍສົມຄວນ
ເວ​ທີ​ປ​າ​ໄສ​ການ​ລົງ​ທຶນ ຫວຽດ​ນາມ - OECD ດຶງ​ດູດ​ການ​ລົງ​ທຶນ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຮັບ​ໃຊ້​ການ​ເຕີບ​ໂຕ​ສີ​ຂຽວ, ອັດ​ສະ​ລິ​ຍະ ແລະ ຍືນ​ຍົງ - ảnh 1ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)

ເວທີປາໄສການລົງທຶນ ຫວຽດນາມ - OECD ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ພ້ອມກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຈັດຂຶ້ນໃນ ຕອນເຊົ້າວັນທີ 27 ຕຸລາ ຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ “ຍູ້ແຮງການດຶງດູດການລົງທຶນທີ່ມີຄຸນນະພາບສູງຮັບໃຊ້ການເຕີບໂຕສີຂຽວ, ອັດສະລິຍະ ແລະ ຍືນຍົງ” ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ປຶກສາຫາລືພ້ອມກັບບັນດານັກລົງທຶນ ແລະ ນັກຊ່ຽວຊານຕ່າງປະເທດ ກ່ຽວກັບປ່ຽນແປງໃໝ່ຍຸດທະສາດດຶງດູດເງິນລົງທຶນໃນໄລຍະໃໝ່.

ກ່າວຄຳເຫັນໄຂເວທີປາໄສ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ໃຫ້ຮູ້ວ່າ ໃນສະພາບການໂລກມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ໃນປີນີ້ ກໍ່ຜົນສະທ້ອນຕໍ່ກະແສການລົງທຶນ ແລະ ການເຕີບໂຕທົ່ວໂລກ, ຫວຽດນາມ ຍັງຮັກສາທ່າຟື້ນຟູ ແລະ ການເຕີບໂຕທີ່ດີພໍສົມຄວນ, ດຶງດູດການລົງທຶນຈາກຕ່າງປະເທດ ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2022. ຕາມທ່ານລັດຖະມົນຕີແລ້ວ, ສິ່ງນີ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນຕ່າງປະເທດຕໍ່ສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ, ສະແດງໃຫ້ເຫັນຖານະຕຳແໜ່ງໃໝ່ຂອງ ຫວຽດນາມ ໃນແຜນຖີ່ລົງທຶນ ແລະ ລະບົບສະໜອງທົ່ວໂລກ. ທ່ານໃຫ້ຮູ້ວ່າ:

ພວກຂ້າພະເຈົ້າມີຄວາມຫວັງວ່າບັນດາອົງການຈັດຕັ້ງສາກົນ, ໃນນັ້ນມີ OECD ພ້ອມກັບນັກລົງທຶນຕ່າງປະເທດ ສືບຕໍ່ມີການຮ່ວມມື, ໜູນຊ່ວຍ, ຮ່ວມເດີນທາງກັບ ຫວຽດນາມ ໃນການໃຫ້ຄຳປຶກສາ, ສະເໜີຂໍ້ລິເລີ່ມລົງທຶນໃໝ່, ຖ່າຍທອດບັນດາມາດຕະການ ແລະ ເຕັກໂນໂລຢີທີ່ທັນສະໄໝ, ບັນດາຮູບແບບເສດຖະກິດໃໝ່.

ສ່ວນທ່ານ ເລຂານຸການໃຫຍ່ OECD ໄດ້ ຊົມເຊີຍຫວຽດນາມ ທີ່ ໄດ້ບັນລຸບັນດາໝາກຜົນດ້ານເສດຖະກິດທີ່ເປັນໜ້າປະທັບໃຈ ນັບແຕ່ເວລາປະຕິບັດການປ່ຽນແປງໃໝ່ (1986) ແລະ ໃຫ້ຮູ້ວ່າ ໃນບັນດາບົດລາຍງານຫວ່າງແລ້ວນີ້, OECD ຍາມໃດກໍ່ມີ ຂໍ້ສັງເກດທີ່ຕັ້ງໜ້າກ່ຽວກັບແງ່ຫວັງ ເສດຖະກິດ ຫວຽດນາມ, ຄື: ການເຕີບໂຕປະມານ 6,6%ໃນປີ 2024, ນຳໜ້າອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI).

ຕອບກັບ

ຂ່າວ/ບົດ​ອື່ນ