ເວທີປາໄສການຮ່ວມມືລະຫວ່າງຫວຽດນາມ - ຝລັ່ງ ກ່ຽວກັບຕົວເມືອງສະຫຼາດ ແລະ ຍືນຍົງ

(VOVWORLD) -ວັນທີ 4 ກໍລະກົດ, ທີ່ນະຄອນໂຮ່ຈີມິນ, ອົງການການຄ້າ ແລະ ການລົງທຶນ ຝລັ່ງ ໄດ້ສົມທົບກັບສະຖານກົງສູນໃຫຍ່ຝລັ່ງ ປະຈຳນະຄອນໂຮ່ຈີມິນ ໄດ້ຈັດຕັ້ງ “ເວທີປາໄສການຮ່ວມມືລະຫວ່າງຫວຽດນາມ - ຝລັ່ງ ກ່ຽວກັບຕົວເມືອງສະຫຼາດ ແລະ ຍືນຍົງ.

ເວທີປາໄສການຮ່ວມມືລະຫວ່າງຫວຽດນາມ - ຝລັ່ງ ກ່ຽວກັບຕົວເມືອງສະຫຼາດ ແລະ ຍືນຍົງ - ảnh 1 ຜູ້ຕາງໜ້າຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນແລະສະຖານກົງສູນໃຫຍ່ຝລັ່ງປະຈຳນະຄອນໂຮ່ຈີມິນລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນຂົງເຂດຄຸ້ມຄອງຄຸນນະພາບຂອງອາກາດ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ເຈິ່ນຫວິງຕວ໋ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ນະຄອນພວມຜັນຂະຫຍາຍແຜນຮ່າງກໍ່ສ້າງນະຄອນກາຍເປັນນະຄອນສະຫຼາດ ໄລຍະ 2017 – 2025, ວິໄສທັດຮອດ 2030:

        “ຄາດຄະເນວ່າ ເສັ້ນທາງແຫ່ງການເຄື່ອນໄຫວຮອດປີ 2020, ໃນຂັ້ນພື້ນຖານ, ພວກເຮົາຈະຜັນຂະຫຍາຍບັນດາເປົ້າໝາຍລະອຽດ, ຕອບສະໜອງໄດ້ຕາມບັນດາບໍລິການສະດວກໃຫ້ແກ່ປະຊາຊົນນະຄອນ ບົນພື້ນຖານ ຮັບປະກັນຄວາມປອດໄພທາງຄົມມະນາຄົມ, ການສຶກສາ ແລະ ບັນຫາສຸຂະພາບ”.

        ທີ່ເວທີປາໄສ, ຜູ້ຕາງໜ້າຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະ ສະຖານກົງສູນໃຫຍ່ແຫ່ງ ສາທາລະນະລັດ ຝລັ່ງ ປະຈຳນະຄອນໂຮ່ຈີມິນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືໃນຂົງເຂດຄຸ້ມຄອງຄຸນນະພາບຂອງອາກາດ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍດ້ານສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ