ເວທີປາໄສຊາວກະສິກກອນ ເລີ່ມ startup, ມີຫົວຄິດປະດິດສ້າງໃນສະໄໝຫັນເປັນດີຈີຕອນ

(VOVWORLD) -ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນເນື້ອໃນຕ່າງໆຄື: ເລື່ອງກຳນົດຜະລິດຕະພັນກະສິກຳ ຕິດພັນກັບທ່າແຮງຂອງແຕ່ລະທ້ອງຖິ່ນ ເພື່ອມີການກຳນົດທິດພັດທະນາໃຫ້ເໝາະສົມ
ເວທີປາໄສຊາວກະສິກກອນ ເລີ່ມ startup, ມີຫົວຄິດປະດິດສ້າງໃນສະໄໝຫັນເປັນດີຈີຕອນ - ảnh 1(ທີ່ເວທີປາໄສ)

        ວັນທີ 16 ກັນຍາ, ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ຈັດເວທີປາໄສຊາວກະສິກອນເລີ່ມ startup, ມີຫົວຄິດປະດິດສ້າງໃນສະໄໝຫັນເປັນດີຈີຕອນ ຜ່ານບັນດາຜະລິດຕະພັນ OCOP.

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນເນື້ອໃນຕ່າງໆຄື: ເລື່ອງກຳນົດຜະລິດຕະພັນກະສິກຳ ຕິດພັນກັບທ່າແຮງຂອງແຕ່ລະທ້ອງຖິ່ນ ເພື່ອມີການກຳນົດທິດພັດທະນາໃຫ້ເໝາະສົມ; ທິດທາງພັດທະນາການຜະລິດກະສິກຳຕາມທິດທັນສະໄໝ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍົກສູງມູນຄ່າຜະລິດຕະພັນ ແລະ ເພີ່ມລາຍຮັບໃຫ້ແກ່ປະຊາຊົນ; ນຳໃຊ້ບັນດາມາດຕະການແກ້ໄຂດ້ານເຕັກໂນໂລຊີໃນການຜະລິດ, ຫັນຜະລິດຕະພັນເປັນການຄ້າ, ນຳໃຊ້ວິທະຍາສາດເຕັກນິກ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ການຂາຍເຄື່ອງ. ບັນດາຜູ້ແທນໄດ້ຕີລາຄາເລື່ອງຫັນກະສິກຳເປັນດີຈີຕອນແມ່ນມີຄວາມຈຳເປັນ, ຊ່ວຍຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນການຜະລິດ ແລະ ຈຳໜ່າຍ, ພ້ອມທັງສ້າງລະບົບມູນຄ່າຜະລິດຕະພັນກະເສດແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ