ເວທີປາໄສປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ

(VOVWORLD) -ວາລະໂອ້ສົມສົນທະນາ, ປຶກສາຫາລືບັນດາຫົວເລື່ອງກ່ຽວຂ້ອງເຖິງການພັດທະນາເສດຖະກິດ-ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນ
ເວທີປາໄສປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ - ảnh 1ເວທີປາໄສພູມປັນຍາ ຫວຽດນາມ ຢູ່ ຍີ່ປຸ່ນ 2021 ຈະດຳເນີນແບບທາງໄກໃນວັນທີ 20 ພະຈິກ
(ພາບ: BTC)

ເວທີປາໄສພູມປັນຍາ ຫວຽດນາມ ຢູ່ ຍີ່ປຸ່ນ 2021 (Vietnam Summit in Japan 2021) ຈະດຳເນີນແບບທາງໄກໃນວັນທີ 20 ພະຈິກ. ມີນັກບັນລະຍາຍເກືອບ 30 ທ່ານ, ແຂກຖືກເຊີນແມ່ນບັນດາຜູ້ຊົງຄຸນວຸດທິ, ປັນຍາຊົນ, ນັກທຸລະກິດ, ນັກສິລະປິນຢູ່ພາຍໃນ ແລະ ຕ່າງປະເທດເກືອບ 50 ຄົນ ພ້ອມກັບຜູ້ຊົມປະມານ 1.000 ຄົນ ເຊິ່ງແມ່ນຜູ້ຕາງໜ້າມາຈາກພາກສ່ວນຕ່າງໆໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຍີ່ປຸ່ນ ແລະ ບັນດາສະມາຄົມນັກປັນຍາຊົນໃນໂລກ ຈະພ້ອມກັນເຂົ້າຮ່ວມປຶກສາຫາລື, ແບ່ງປັນມູມມອງກ່ຽວກັບຫົວເລື່ອງມີລັກສະນະສະຖານະການການເມືອງ.

        ວາລະໂອ້ສົມສົນທະນາ, ປຶກສາຫາລືບັນດາຫົວເລື່ອງກ່ຽວຂ້ອງເຖິງການພັດທະນາເສດຖະກິດ-ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນຄື: “ຫວຽດນາມ ຫັນປ່ຽນ: ຄຸນຄ່າໃໝ່-ວິທີໃໝ່”; “ເຮັດແນວໃດເພື່ອດຳລົງຊີວິດຮ່ວມກັບໂລກລະບາດໂຄວິດ-19 ໃນສະພາບການປົກກະຕິໃໝ່?”; “ລະບົບພະລັງງານໃໝ່ ແລະ ການປະດິດຄິດສ້າງໃຫ້ແກ່ການພັດທະນາແບບຍືນຍົງ”… ຈະດຳເນີນຕາມລຳດັບຈົນຮອດວັນທີ 21 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ