ເວທີປາໄສລັດຖະມົນຕີອະນຸພາກພື້ນແມ່ນ້ຳຂອງ-ACMECS

ເວທີປາໄສລັດຖະມົນຕີອະນຸພາກພື້ນແມ່ນ້ຳຂອງ-ACMECS - ảnh 1
(ພາບປະກອບ)

(vovworld) - ​ວັນ​ທີ 08/09 ​ເວທີ​ປາ​ໄສ​ລັດຖະມົນຕີ ACMECS ​ເປີດ​ກ້ວາງ​ກ່ຽວ​ກັບ​ການທ່ອງທ່ຽວ ມີ​ຄວາມ​ຮັບຜິດຊອບ ​​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ນະຄອນ ​ໂຮ່ຈີ​ມິນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ການທ່ອງທ່ຽວ​ບັນດາ​ປະ​ເທດ​ສະມາ​ຊິກ​ໃນຂອບ​ເຂດ​ການຮ່ວມ​ມື “ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ Ayeyawady – Chao Phraya - ​ແມ່​ຂອງ” – ACMECS (ລວມມີ ກຳປູ​ເຈຍ, ລາວ, ມຽນມາ,​ໄທ, ຫວຽດນາມ) ພ້ອ​ມກັບ​ຜູ້ຕາງໜ້າ​ຂະ​ແໜງ​ທ່ອງທ່ຽວ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ອົງການ​ຈັດ​ຕັ້ງ​ສັງຄົ​ມ ​ແລະ ນັກ​ຊ່ຽວຊານດ້ານ​ການທ່ອງທ່ຽວ​ສາກົນ. ​ເວທີ​ປາ​ໄສ​ແມ່ນ​ນອນ​ໃນ​ຂອບ​ເຂດ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ​ສາກົນ ITE 2016. ​ເວທີ​ປາ​ໄສ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ ຮັບຮອງ​ເອົາ​ຖະ​ແຫຼ​ງການ​ລັດຖະມົນຕີ ACMECS ກ່ຽວ​ກັບການທ່ອງທ່ຽວ​ມີ​ຄວາມ​ຮັບຜິດຊອບ ​ເພື່ອ​ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ຄືນ​ໃໝ່​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ ACMECS ຕໍ່​ການ​ພັດທະນາ​ການທ່ອງທ່ຽວ. ຖະ​ແຫຼ​ງການ​ຮ່ວມ​ກໍ່​ຢືນຢັນ​ວ່າ ​ເພ່ີມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ບົດຮຽນ. ພ້ອມ​ທັງ​ສົ່ງ​ເສ​ີມການ​ສຶກສາ, ບຳລຸງ​ສ້າງ ​ແລະ ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ດ້ານ​ວິຊາ​ສະ​ເພາະ​ໃຫ້​ເໝາະ​ສົມ​ກັບ​ບັນດາ​ເປົ້າ​ໝາຍ.

ຂ່າວ/ບົດ​ອື່ນ